ຄວາມ​ເຄັ່ງ​ຕຶງ​ລະ​ຫວ່າງ ສ.ເກົາຫຼີ ແລະ ສ​ປ​ປ.ເກົາຫຼີ ຍັງ​ບໍ່​ທັນຫຼຸດ​ຜ່ອນ​ລົງ

(VOVWORLD) -ສຳນັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA) ເມື່ອວັນທີ 21 ມິຖຸນາ ໄດ້ຄັດຄຳເວົ້າຂອງໂຄສິກກະຊວງແນວໂຮມທ້ອນໂຮມຊາດ (UFD) ຂອງ ສປປ.ເກົາຫຼີ ໃຫ້ຮູ້ວ່າ ປະເທດນີ້ ບໍ່ມີເຈດຈຳນົງພິຈາລະນາຄືນ ຫຼືປ່ຽນແປງແຜນການຫວ່ານໃບປິວ ທີ່ມີເນື້ອໃນຕ້ານ ສ.ເກົາຫຼີ ຜ່ານຊາຍແດນ.
ຄວາມ​ເຄັ່ງ​ຕຶງ​ລະ​ຫວ່າງ ສ.ເກົາຫຼີ ແລະ ສ​ປ​ປ.ເກົາຫຼີ ຍັງ​ບໍ່​ທັນຫຼຸດ​ຜ່ອນ​ລົງ - ảnh 1ປະຊາຊົນ ສປປ.ເກົາຫຼີ ກະກຽມໃບປິວທີ່ມີເນື້ອໃນຕ້ານ ຕ້ານ ສ.ເກົາຫຼີ (ພາບ:AFP/TTXVN)

        ຕາມ KCNA ແລ້ວ, ກ່ອນໜ້ານັ້ນ ຄືວັນທີ 20 ມິຖຸນາ, ກະຊວງທ້ອນໂຮມຊາດ ສ.ເກົາຫຼີ ໄດ້ສະແດງຄວາມເສຍດາຍຕໍ່ແຜນການຂອງ ສປປ.ເກົາຫຼີ ທີ່ໄດ້ຫວ່ານໃບປິວຜ່ານຊາຍແດນລະຫວ່າງສອງປະເທດ. ພ້ອມກັນນັ້ນ ກໍໄດ້ຮຽກຮ້ອງໃຫ້ ພຽງຢາງ ຖອນແຜນການນີ້ຄືນ ແລະ ຖືວ່າ ແຜນການນີ້ ໄດ້ລະເມີດຂໍ້ຕົກລົງສຸດຍອດ Panmunjom ລະຫວ່າງ ສອງປະເທດ.

KCNA ຊີ້ແຈ້ງວ່າ ສປປ.ເກົາຫຼີ ບໍ່ມີເຈດຈຳນົງພິຈາລະນາຄືນແຜນການດັ່ງກ່າວໃນຈຸດເວລາທີ່ສາຍພົວພັນລະຫວ່າງ ສອງປະເທດໄດ້ຖືກທຳລາຍ. ພຽງຢາງ ຍັງຖືວ່າ ຂໍ້ຕົກລົງສຸດຍອດລະຫວ່າງສອງປະເທດບັນລຸໄດ້ກ່ອນນີ້ສອງປີບໍ່ມີຄວາມໝາຍອີກແລ້ວ.
           

ຕອບກັບ

ຂ່າວ/ບົດ​ອື່ນ