ໄຂງານມະຫາກຳຮູບເງົາອາຊີ ດ່ານັ້ງ ຄັ້ງທີ 2

(VOVWORLD) - ຈຸດພົ້ນເດັນຂອງ DANAFF 2024 ແມ່ນ, ບັນດາຮູບເງົາໄດ້ແຂ່ງຂັນໃນ 2 ປະເພດ: ລາງວັນຮູບເງົາ ອາຊີ ແລະ ລາງວັນຮູບເງົາ ຫວຽດນາມ ເຂົ້າຮ່ວມການແຂ່ງຂັນ.
ໄຂງານມະຫາກຳຮູບເງົາອາຊີ ດ່ານັ້ງ ຄັ້ງທີ 2 - ảnh 1(ທ່ານ ເລຈຸງຈິງ, ປະທານຄະນະກຳມະການປະຊາຊົນນະຄອນ ດ່ານັ້ງ)

        ຕອນຄ່ຳວັນທີ 02 ກໍລະກົດ, ຢູ່ຫໍປະຊຸມສາກົນ Ariyana, ນະຄອນ ດ່ານັ້ງ, ສະຫະສະມາຄົມສົ່ງເສີມການພັດທະນາຮູບເງົາ ຫວຽດນາມ ໄດ້ສົມທົບກັບພະແນກວັດທະນະທຳ ແລະ ກິລາ, ພະແນກທ່ອງທ່ຽວ ດ່ານັ້ງ (DANAFF) ຈັດພິທີໄຂງານມະຫາກຳຮູບເງົາອາຊີ ດ່ານັ້ງ ຄັ້ງທີ 2, ດ້ວຍຫົວຂໍ້ “DANAFF - ຂົວເຊື່ອມຕໍ່ອາຊີ”.

        ຈຸດພົ້ນເດັນຂອງ DANAFF 2024 ແມ່ນ, ບັນດາຮູບເງົາໄດ້ແຂ່ງຂັນໃນ 2 ປະເພດ: ລາງວັນຮູບເງົາ ອາຊີ ແລະ ລາງວັນຮູບເງົາ ຫວຽດນາມ ເຂົ້າຮ່ວມການແຂ່ງຂັນ. ພິເສດ, ເປັນຄັ້ງທຳອິດ DANAFF 2 ມອບລາງວັນຜົນງານຮູບເງົາໃຫ້ແກ່ຜູ້ກຳກັບການສະແດງດີເດັ່ນ. ທ່ານ ເລຈຸງຈິງ, ປະທານຄະນະກຳມະການປະຊາຊົນນະຄອນ ດ່ານັ້ງ, ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າຫວັງວ່າ ງານມະຫາກຳຮູບເງົາອາຊີ ດ່ານັ້ງ ຄັ້ງທີ 2 ຈະແມ່ນຂົວເຊື່ອມຕໍ່ໃຫ້ແກ່ບັນດາຜູ້ກຳກັບການສະແດງ, ນັກສະແດງ, ຜູ້ຊົມຢູ່ພາຍໃນ ແລະ ຕ່າງປະເທດໄດ້ພົບປະແລກປ່ຽນ, ຮ່ຳຮຽນ ແລະ ຮ່ວມມືດ້ານຮູບເງົາ, ພ້ອມທັງແມ່ນໂອກາດທີ່ດີໃຫ້ແກ່ຂະແໜງຮູບເງົາຂອງນະຄອນ ໄດ້ພົບປະ ແລະ ແລກປ່ຽນໂດຍກົງກັບບັນດານັກຊ່ຽວຊານແຖວໜ້າຂະແໜງທີ່ມາຈາກບັນດາປະເທດ ອາຊີ ແລະ ພື້ນຖານຮູບເງົາທີ່ມີມາແຕ່ດົນນານຂອງປະເທດ ຝລັ່ງ”.

        ງານມະຫາກຳດັ່ງກ່າວຈະດຳເນີນຮອດວັນທີ 06 ກໍລະກົດ ຈຶ່ງຈະອັດລົງ.

ຕອບກັບ

ຂ່າວ/ບົດ​ອື່ນ