ຄວາມເຄັ່່ງຕຶງໃນການພົວພັນລະຫວ່າງ ອັງກິດ ແລະ ອີຣານ ສືບຕໍ່ເພີ່ມຂຶ້ນ ຍ້ອນສອງປະເທດກັກກໍ່າປັ່ນຂອງກັນ

(VOVWORLD) - ວັນທີ 21 ກໍລະກົດ, ວົງການເຈົ້າໜ້າທີ່ ອັງກິດ ແລະ ອີຣານ ສືບຕໍ່ຍົກອອກຖະແຫຼງການສະແດງຫຼັກໝັ້ນຂອງຕົນ ກ່ຽວກັບຄວາມເຄັ່ງຕຶງລະຫວ່າງສອງຝ່າຍ ທີ່ກ່ຽວຂ້ອງເຖິງເລື່ອງ ສອງປະເທດກັກກໍ່າປັ່ນຂົນສົ່ງນໍ້າມັນຂອງກັນໃນຫວ່າງມໍ່ໆມານີ້.
ຄວາມເຄັ່່ງຕຶງໃນການພົວພັນລະຫວ່າງ ອັງກິດ ແລະ ອີຣານ ສືບຕໍ່ເພີ່ມຂຶ້ນ ຍ້ອນສອງປະເທດກັກກໍ່າປັ່ນຂອງກັນ - ảnh 1ກໍ່າປັ່ນຂົນສົ່ງນໍ້າມັນທີ່ປັກທຸງອັງກິດ (ພາບ: IRNA/TTXVN)

        ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອັງກິດ Tobias Ellwood  ຢັ້ງຢືນວ່າ ອັງກິດ ພວມພິຈາລະນາບັນດາມາດຕະການຮັບມືກັບເລື່ອງ ອີຣານ ກັກກໍ່າປັ່ນຂົນສົ່ງນໍ້າມັນທີ່ປັກທຸງອັງກິດ, ພ້ອມທັງໃຫ້ຮູ້ວ່າ ອັງກິດ ຈະປຶກສາກັບບັນດາພັນທະມິດສາກົນ ກ່ຽວກັບບັນດາມາດຕະການ ລົງໂທດ ອີຣານ ຢ່າງລະອຽດ . ໃນຂະນະນັ້ນ, ທ່ານເອກອັກຄະລັດຖະທູດ ອີຣານ ປະຈໍາ ອັງກິດ Hamid Baeidinejad ກໍໄດ້ຍົກອອກຖະແຫຼງການໃນສື່ສັງຄົມອອນລາຍ Twitter ເລັ່ງທວງ ອັງກິດ ຈົ່ງຄວບຄຸມ “ບັນດາກໍາລັງດ້ານການເມືອງພາຍໃນປະເທດ” ເຊິ່ງທ່ານຖືວ່າ ຢາກເຮັດໃຫ້ຄວາມເຄັ່ງຕຶງລະຫວ່າງສອງປະເທດເພີ່ມຂຶ້ນ ກາຍຂອບເຂດຂອງເລື່ອງບັນດາກໍ່າປັ່ນທີ່ຖືກກັກນັ້ນ. ນັກການທູດ ອີຣານ ໃຫ້ຂໍ້ສັງເກດວ່າ ສ່ິງດັ່ງກ່າວ ແມ່ນອັນຕະລາຍ ໃນຂະນະຈຸດເວລາທີ່ພາກພື້ນສັບສົນຄືໃນປັດຈຸບັນ. ຖະແຫຼງການຂອງທ່ານ Hamid Baeidinejad ຊີ້ແຈ້ງວ່າ ອີຣານ ໄດ້ກຽມພ້ອມເພື່ອຮັບມືກັບທຸກກໍລະນີທີ່ອາດຈະເກີດຂຶ້ນ.


ຕອບກັບ

ຂ່າວ/ບົດ​ອື່ນ