ຄວາມເຄັ່ງຕຶງໃນແຫຼມເກົາຫຼີເພີ່ມຂຶ້ນສູງໂດຍບັງເອີ້ນ

ຄວາມເຄັ່ງຕຶງໃນແຫຼມເກົາຫຼີເພີ່ມຂຶ້ນສູງໂດຍບັງເອີ້ນ - ảnh 1
(ພາບປະກອບ: Reuters)

(vovworld) – ຕອນ​ເຊົ້າ​ວັນ​ທີ 21/08, ສຳນັກ​ຂ່າວສານ​ສູນ​ກາງ​ສປປ.​ເກົາຫຼີ (KCNA) ​ໃຫ້​ຂ່າວ​ວ່າ, ການ​ນຳ​ສປປ.​ເກົາຫຼີ Kim Jong Un ​ໄດ້​ອອກ​ຄຳ​ສັ່ງ​ໃຫ້​ບັນ​ດາ​ກຳລັງ​ປະສົ​ມ ຢູ່​​ແນວ​ໜ້າ​ກ້າວ​ເຂົ້າສະພາວະ​ສົງຄາມ. ທ່ານ Kim Jong Un ​ໄດ​​້ຍົກ​ອອກ​ຄຳ​ສັ່ງ​ດັ່ງກ່າວ​ໃນ​ກອງ​ປະຊຸມດ່ວນ​​ເປີດ​ກວ້າງ​ຂອງຄະນະ​ພັກ​ການ​ທະຫານ​ສູນການ​ພັກ​ແຮງ​ງານ​ສປປ.​ເກົາຫຼີ ​ເພື່ອ​ປຶກສາ​ຫາລື​ບັນດາ​ມາດ​ຕະການ​ດ້ານ​ການ​ເມືອງ ​ແລະ ການ​ທະຫານ ​ເພື່ອ​ໂຕ້​ຕອບ​ບັນດາ​ການ​ກະທຳ​ເກາະ​ຜິດ​ຂອງ​ຝ່າຍ​ກົງກັນຂ້າມ. ຕາມ KCNA ​ແລ້ວ, ບັນດານາຍ​ທະຫານ​ບັນຊາ​ບັ້ນ​ຮົບ​ການ​ທະຫານຕ່າງໆ​ຢູ່​ເຂດ​ຊາຍ​ແດນ ​ໄດ້​ສົ່ງ​​​ໄປ​ຍັງແນວ​ໜ້າ​ເພື່ອ​ຮັບ​ມື​ກັບ​ຝ່າຍ​ກົນ​ກັນ​ຂ້າມ ​ໃນ​ກໍລະນີ​ບັນດາ​ການ​ເຄື່ອນ​ໄຫວ​​ໂຄສະນາຜ່ານ​​ໂທລະ​ໂຄ່ງຕ້ານສປປ.​ເກົາຫຼີ ​ບໍ່ຖືກ​ຢຸດ​ຕິ​ໃນ​ຮອບ​ເວລາ 48 ​ຊົ່ວ​ໂມງ.

ຂ່າວ/ບົດ​ອື່ນ