ຄວາມເຫັນຂອງຜູ້ມີສິດເລືອກຕັ້ງກ່ຽວກັບສະພາບການເສດຖະກິດ-ສັງຄົມ ຂອງປະເທດຊາດ

ຄວາມເຫັນຂອງຜູ້ມີສິດເລືອກຕັ້ງກ່ຽວກັບສະພາບການເສດຖະກິດ-ສັງຄົມ ຂອງປະເທດຊາດ - ảnh 1
ບັນ​ດາ ສ.ສ.ປ ພົບ​ປະ​ກັບຜູ້​ມີ​ສິດ​ເລືອກ​ຕັ້ງ


(vovworld)- ວັນ​ທີ 8/6, ຜູ້​ມີ​ສິດ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ໄດ້​ເອົາ​ໃຈ​ໃສ່​ຕິດ​ຕາມ​ວາ​ລະ​ປະ​ຊຸມ​ຂອງ​ບັນ​ດາ​ສະ​ມາ​ຊິດ​ສະ​ພາ​ແຫ່ງ​ຊາດ​ໃນ​ຂອບ​ເຂດ ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 9 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ຊຸດ​ທີ 13, ຕີ​ລາ​ຄາ​ເພີ່ມ​ເຕີມ​ສະ​ພາບ​ການ​ປະ​ຕິ​ບັດ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ ແລະ ງົບ​ປະ​ມານ​ແຫ່ງ​ລັດ​ປີ 2014; ສະ​ພາບ​ການ​ປະ​ຕິ​ບັດ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ ແລະ ງົບ​ປະ​ມານ​ແຫ່ງ​ລັດ​ໃນ​ຊຸມ​ເດືອນ​ຕົ້ນ​ປີ 2015 . ທ່ານ ຫງວຽນ​ວັນ​ຮ້ຽນ ຜູ້​ມີ​ສິດ​ເລືອກ​ຕັ້ງ​ນະ​ຄອນ​ໂຮ່​ຈິ​ມິ​ນ​ຖື​ວ່າ : 

    “ ສະ​ພາບ​ການ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ, ສະ​ພາບ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ດີ​ພໍ​ສົມ​ຄວນ. ຢາກ​ບັນ​ລຸ​ລະ​ດັບ​ເຕີບ​ໂຕ​ເສດ​ຖະ​ກິດ​ສູງ​ໃນ​ທ້າຍ​ປີນັ້ນ, ພວກ​ເຮົາ​ຕ້ອງ​ແກ້​ໄຂ ແລະ ຄວບ​ຄຸມ​ໜີ້​ເສຍ​ໃຫ້​ດີ. ພວກ​ເຮົາ​ຕ້ອງ​ດັດ​ປັບ​ອັດ​ຕາ​ແລກ​ປ່ຽນ​ເງິນ​ຕາ​ເປັນ​ປົກ​ກະ​ຕິ​ເພື່ອ​ໜູນ​ຊ່ວຍ​ການ​ສົ່ງ​ອອກ, ການ​ສົ່ງ​ອອກ​ໃນ 5 ເດືອນ​ຕົ້ນ​ປີ​ມີ​ການ​ເຕ​ີບ​ໂຕ, ແຕ່​ຍັງ​ບໍ່​ທັນ​ບັນ​ລຸ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ ”

ຂ່າວ/ບົດ​ອື່ນ