ຄະນະກິລາຫວຽດນາມຢັ້ງຢືນທີ່ຕັ້ງນຳໜ້າໃນຕາຕະລາງຈັດອັນດັບ

ຄະນະກິລາຫວຽດນາມຢັ້ງຢືນທີ່ຕັ້ງນຳໜ້າໃນຕາຕະລາງຈັດອັນດັບ - ảnh 1
ງານ​ມະຫາ​ກຳ​ກິລາ​ຫາດ​ຊາຍ​ທະ​ເລ​ ອາຊີ​ ຄັ້ງ​ທີ 5 (ABG 5)

(vovworld) - ພາຍຫຼັງ​ແຂ່ງຂັນ​ກິລາ 14 ປະ​ເພດ​ມາເປັນ​ເວລາ 1 ກວ່າ​ສັບປະດາ, ງານ​ມະຫາ​ກຳ​ກິລາ​ຫາດ​ຊາຍ​ທະ​ເລ​ ອາຊີ​ ຄັ້ງ​ທີ 5 (ABG 5), ​ໄດ້​ອັດ​ລົງ​ໃນວັນ​ທີ 2/10. ​ໃນ​​ວັນ​ແຂ່ງຂັນ​ສຸດ​ທ້າຍ​, ຄະນະ​ນັກ​ກິລາ​ປະ​ເທດ​ເຈົ້າພາບ ຫວຽດນາມ ສືບ​ຕໍ່​ສ້າງ​ຄວາມ​ປະ​ທັບ​ໃຈ​ເມື່ອ​ຄ້ວາ ຫຼຽນ​ຄຳຕື່ມ​ອີກ 10 ຫຼຽນ ​ແລະ ສິ້ນ​ສຸດ​ງານ​ມະຫາ​ກຳ​ກິລາ, ຫວຽດນາມ ​ຖືກ​ຈັດ​ອັນ​ດັບ 1 ດ້ວຍ​ຜົນງານ 52 ຫຼຽນ​ຄຳ, 44 ຫຼຽນ​ເງິນ ​ແລະ 43 ຫຼຽນ​ທອງ. ​ໃນງານ​ມະຫາ​ກຳ​ກິລາ​ຫາດ​ຊາຍ​ທະ​ເລ​ ອາຊີ​ ຄັ້ງ​ທີ 5 ມີ​ 35 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນຍາດ​ໄດ້​ຫຼຽນ. ນີ້​ກໍ່​ແມ່ນ​ງານ​ມະຫາ​ກຳ​ກິລາ​ທີ່​ສ້າງ​ຄວາມ​ຕົກ​ຊະ​ເງີ້​ເມື່ອ​ຄະນະ​ນັກ​ກິລາ: ກຳປູ​ເຈຍ, ລາວ, ຟີ​ລິບ​ປິນ, ສິງ​ຄະ​ໂປ, ມຽນມາ ຂອງ​ພາກ​ພື້ນ ອາຊີ​ຕາ​ເວັນ​ອອກ​ບັນລຸ​ໄດ້ຜົນ​ງານ​ດີ​ເດັ່ນ​ຫຼາຍ​ຢ່າງ.

ຂ່າວ/ບົດ​ອື່ນ