ຄະນະກວດກາຂອງກົມການເມືອງ ກວດກາການປະຕິບັດມະຕິ 6 ຊຸດທີ 10 ຢູ່ແຂວງ Ba Ria – Vung Tau

ຄະນະກວດກາຂອງກົມການເມືອງ ກວດກາການປະຕິບັດມະຕິ 6 ຊຸດທີ 10 ຢູ່ແຂວງ Ba Ria – Vung Tau - ảnh 1
(​ທ່ານ To Huy Rua ກຳມະການກົມ​ການ​ເມືອງ)

(vovworld) -     ວັນ​ທີ 11/11, ຄະນະ​ກວດກາ​​ຂອງ​ກົມ​ການ​ເມືອງ ​ໂດຍ​ທ່ານ To Huy Rua ກຳມະການກົມ​ການ​ເມືອງ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ ​ເປັນ​ຫົວ​ນ້າ​ຄະນະ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ຄະນະ​ປະຈຳ​​ພັກ​ແຂວງ Ba Ria – Vung Tau ກ່ຽວ​ກັບ​ຜົນ​ຂອງການ​ປະຕິບັດ​ມະຕິສູນ​ກາງ 6 ຊຸດ​ທີ 10 ກ່ຽວ​ກັບ “ການຍົກ​ສູງ​ຄວາມ​ສາມາດ​​ນຳພາ, ກຳລັງຕໍ່ສູ້​ຂອງ​ອົງການ​ພັກຮາກ​ຖານ ​ແລະ ຄຸນ​ນະພາ​ບຖັນ​ແຖວ​ພະນັກງານ​ສະມາຊິກ​ພັກ”. ກ່ອນ​ໜ້າ​ນັ້ນ, ວັນ​ທີ 10/11, ຄະນະ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ອົງຄະ​ນະ​ພັກ​ເມືອງ Tan Thanh, ຕາ​ແສງ Long Toan, ນະຄອນ Ba Ria ​ເພື່ອ​ແນ​ໃສ່​ຊອກ​ຮູ້, ຕີ​ລາຄາ​ສະພາບ​ຕົວ​ຈິງ​ຢູ່​ຂັ້ນ​ຮາກ​ຖານ, ຜ່ານ​ການ​ເຮັດ​ວຽກ​ 3 ​ຕອນ, ທ່ານ To Huy Rua ຢືນຢັນ​ວ່າ ມະຕິ​ສູນ​ກາງ​ເລກທີ 6 ຊຸດ​ທີ 10 ​ໄດ້ຕອບ​ສະໜອງ​​ຄວາມຕ້ອງການ​ຂອງ​ທ້ອງ​ຖິ່ນ​ຕ່າງໆ. Ba Ria – Vung Tau ​ໄດ້​​ເອົາ​ໃຈ​ໃສ່ ​ແລະ ປະຕິບັດ​ມະຕິ​ດັ່ງກ່າວ​ເປັນ​ຢ່າງ​ດີ. ​ໂດຍ​ລະອຽດ​ແມ່ນ, ກ່ອນ​ທີ່​ສູນ​ກາງ​ປະກາດ​ມະຕິ​ເລກທີ 6 ຊຸດ​ທີ 10, ຄະນະ​ພັກ​ແຂວງ Ba Ria – Vung Tau ​ໄດ້​ປະກາດ​​ໃຊ້​ ​ແລະ ປະຕິບັດມະຕິ​ເລກທີ 3 ທີ່​ມີ​ເນື້ອ​ໃນຈິດ​ໃຈ​ຄາຍ​ຄື​ກັນ​. ​ດັ່ງ​ນັ້ນ, ຄະນະ​ພັກ​ແຂວງ ​ແລະ ທົ່ວ​ອົງຄະ​ນະ​ພັກ​ແຂວງ​ໄດ້​ຜັນ​ຂະຫຍາຍ ​ແລະ ຕອບ​ສະໜອງ​ຢ່າງ​ວ່ອງໄວ ​ເພື່ອ​ສູນ​ກາງ​ປະກາດ​ໃຊ້​ມະຕິ​ເລກທີ 6 ຊຸດ​ທີ 10 ເພື່ອ​ພັດທະນາ, ສ້າງ​ຕັ້ງ​ອົງການ​ຈັດ​ຕັ້ງ​ພັກ ​ໃນ​ບັນດາ​ວິ​ສາ​ຫະກິດ​​ເອກະ​ຊົນ, ຄະນະ​ພັກ​ແຂວງຍັງ​ມີ​ຫົວຄິດ​ປະດິດ​ສ້າງ ສ້າງ​ຕັ້ງ “ໜ່ວຍ​ພັກ​ເຄື່ອນທີ່” ​ເພື່ອ​ບຳລຸງ, ຮັບ​ສະມາຊິກ​ພັກ, ສ້າງ​ໜ່ວຍ​ພັກ​ຢູ່​ບັນດາ​ວິ​ສາ​ຫະກິດ​ເຫຼົ່າ​ນີ້. ນອກຈາກ​ນັ້ນ​ແລ້ວ​, ທາງ​ແຂວງ​ຍັງ​ເປັນ​ເຈົ້າ​ການ​ສ້າງ​ຊຸດ​ມາດຖານ​ຕີ​ລາຄາ​ຄຸນ​ນະພາ​ບການຈັດ​ຕັ້ງ​ພັກ​ຢູ່​ຂັ້ນ​ຮາກ​ຖານ, ພະນັກງານ​ສະມາຊິກ​ພັກ​ຢ່າງລະອຽດ​…

ຂ່າວ/ບົດ​ອື່ນ