ຄະນະກຳມະການປະສານງານລະຫວ່າງລັດຖະບານຈີນ-ກຳປູເຈຍຈັດກອງປະຊຸມຄັ້ງທີ2

ຄະນະກຳມະການປະສານງານລະຫວ່າງລັດຖະບານຈີນ-ກຳປູເຈຍຈັດກອງປະຊຸມຄັ້ງທີ2 - ảnh 1
ກຳ​ມະ​ການ​ຄະ​ນະ​ລັດ​ຖະ​ບານ ຈີນ ຢ່າງ​ເຈຍ​ສື
(ພາບ: ສຳ​ນັກ​ຂ່າວ​ສານ​ຊິນ​ຮ​ວາ)

(vovworld) – ກອງ​ປະ​ຊຸມ​ຄັ້ງ​ທີ 2 ຂອງ​ຄະ​ນະ​ກຳ​ມະ​ການ​ປະ​ສານ​ງານ​ລະ​ຫວ່າງ​ລັດ​ຖະ​ບານ ຈີນ - ກຳ​ປູ​ເຈຍ, ໄຂ​ຂຶ້ນ​ໃນ​ວັນ​ທີ 30/12, ຢູ່​ນະ​ຄອນຫຼວງ ພະ​ນົມ​ເປັນ, ປະ​ເທດ ກຳ​ປູ​ເຈຍ, ມຸ່ງ​ໄປ​ເຖິງ​ການ​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ 2 ຝ່າຍ. ເປັນ​ປະ​ທານກອງ​ປະ​ຊຸມ​ແມ່ນ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊ​ວງ​ການ​ຕ່າງ​ປະ​ເທດ ແລະ ຮ່ວມ​ມື​ສາ​ກົນ ກຳ​ປູ​ເຈຍ Hor Namhong ແລະ ກຳ​ມະ​ການ​ຄະ​ນະ​ລັດ​ຖະ​ບານ ຈີນ ຢ່າງ​ເຈຍ​ສື. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ Hor Namhong ໃຫ້​ຮູ້​ວ່າ: ກອງ​ປະ​ຊຸມ​ຕີ​ລາ​ຄາ​ຄືນ​ບັນ​ດາ​ຄວາມ​ຄືບ​ໜ້າ​ທີ່​ບັນ​ລ​ຸ​ໄດ້​ໃນ​ການ​ຜັນ​ຂະ​ຫຍາຍ​ໂຄງ​ການ​ເຄື​່ອນ​ໄຫວ​ຮ່ວມ​ມື​, ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ ກຳ​ປູ​ເຈຍ ແລະ ຈີນ. ຄາດ​ວ່າ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ Hor Namhong ແລະ ທ່ານ ຢ່າງ​ເຈຍ​ສື ຈະ​ເປັນ​ປະ​ທານ​ພິ​ທີ​ເຊັນ​ເອ​ກະ​ສານ​ຮ່ວ​ມ​ມື 8 ສະ​ບັບ​ລະ​ຫວ່າງ 2 ປະ​ເທດ​ໃນ​ຂົງ​ເຂດ​ເສ​ດ​ຖະ​ກິດ - ການ​ຄ້າ, ປ້ອງ​ກັນ​ຊາດ, ສາ​ທາ​ລະ​ນະ​ສຸກ ແລະ ການ​ສຶກ​ສາ​ຢ່າງ​ເປັນ​ທາງ​ການ.


ຂ່າວ/ບົດ​ອື່ນ