ຄະນະຊີ້ນຳການປະຕິຮູບວຽກງານບໍລິຫານຂອງລັດຖະບານປຶກສາທິດທາງປີ 2017

ຄະນະຊີ້ນຳການປະຕິຮູບວຽກງານບໍລິຫານຂອງລັດຖະບານປຶກສາທິດທາງປີ 2017 - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນ​ຕີ​ຜູ້​ປະຈຳ​ລັດຖະບານ ​ເຈືອ​ງຮ່ວາ​ບີ​ງ
(ພາບ: TTXVN)

(vovworld) - ຕອນ​ເຊົ້າ​ວັນ​ທີ 07/12 ຢູ່​ສຳນັກງານ​ລັດຖະບານ ທ່ານ​ຮອງ​ນາຍົກລັດຖະມົນ​ຕີ​ຜູ້​ປະຈຳ​ລັດຖະບານ ​ເຈືອ​ງຮ່ວາ​ບີ​ງ ຫົວໜ້າ​ຄະນະ​ຊີ້​ນຳ​ປະຕິ​ຮູບ​ດ້ານ​ບໍລິຫານ​ຂອງ​ລັດຖະບານ, ​ເປັນ​ປະທານ​ວາລະ​ປະຊຸມ​ສະຫລຸບ​ວຽກ​ງານ​ປີ 2016 ​ແລະ ປຶກສາ​ຫາລືທິດ​ທາງ, ໜ້າ​ທີ່​ໃນ​ປີ 2017. ກ່າວຄຳ​ເຫັນ​ສະຫລຸບ​ວາລະ​ປະຊຸມ, ທ່ານ​ຮອງ​ນາຍົກ​ລັດຖະມົນຕີ ​ເຈືອງ​ຮ່ວາ​ບີ​ງ ສະ​ເໜີ​ວ່າ: ບັນດາ​ກະຊວງ, ຂະ​ແໜງ​ການ​ທ້ອງ​ຖິ່ນ​ຕ່າງໆຕ​້ອງຊາບ​ຊຶມ​ຈິດ​ໃຈ​ຜ່ານ​ການ​ປະຕິ​ຮູບ​ດ້ານ​ບໍລິຫານ​ ຈະປະກອບສ່ວນ​ຍູ້​ຖອຍສະພາບ​ກໍ່​ຄວາມ​ສັບສົນ​ວຸ້ນວາຍ, ສໍ້​ລາດ​ບັງ​ຫລວງ ​ແລະ ການ​ສວຍໃຊ້​ສິດ​ອຳ​ນາດ ​ເພື່ອ​ສ້າງນະ​ໂຍບາຍ​ຮັບ​ໃຊ້ການສະ​ແຫວ​ງຫາ​ຜົນ​ປະ​ໂຫຍ​ດ​ເປັນກຸ່ມ​ຢ່າງ​ເດັດ​ຂາດ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຮຽກຮ້​ອງບັນດາ​ສະມາຊິກ​ໃນ​ຄະນະ​ຊີ້​ນຳ ​ແລະ ບັນດາ​ກະຊວງ​ຂະ​ແໜງ​ການ ສືບ​ຕໍ່​ຜັນ​ຂະຫຍາຍ​ຄົບ​ຊຸດ​ບັນດາ​​ເນື້ອ​ໃນ​ຂອງ​ໂຄງການ​ສັງ​ລວມປະຕິ​ຮູບ​ດ້ານ​ບໍລິຫານ​ແຫ່ງ​ລັດ​ໄລຍະ 2016 – 2020; ຍົກ​ສູງ​ຜົນ​ສັກສິດ, ປະສິດທິ​ຜົນ​ພື້ນຖານ​ບໍລິຫານ; ​ເພີ່ມ​ທະວີ​ລະບຽບ​ຂໍ້​ບັງຄັບ, ລະບຽບ​ວິ​ໄນ​ບໍລິຫານ, ພິ​ເສດ​ແມ່ນ​ບັນດາ​ມາດ​ຕະການ​ປະຕິ​ຮູບ​ລະບຽບ​ການ​ບໍລິຫານ​ທີ່​ກ່ຽວຂ້ອງ​ເຖິງ​ປະຊາຊົນ ​ແລະ ວິ​ສາ​ຫະກິດ​ໂດຍ​ກົງ.

 

 

 

ຂ່າວ/ບົດ​ອື່ນ