ຄະນະຊີ້ນຳເຂດຕາເວັນຕົກພາກໃຕ້ອວຍພອນບຸນປີໃໝ່ Chol Chnam Thmay ຊາວເຜົ່າຂະແມ ຢູ່ເຮົ້າຢາງ

ຄະນະຊີ້ນຳເຂດຕາເວັນຕົກພາກໃຕ້ອວຍພອນບຸນປີໃໝ່ Chol Chnam Thmay ຊາວເຜົ່າຂະແມ ຢູ່ເຮົ້າຢາງ - ảnh 1
​ຜູ້ຕາງໜ້າ​ກຳມາ​ທິການ​ຊົນ​ເຜົ່າ​ສະພາ​ແຫ່ງ​ຊາດ
ມອບ​ຂອງຂວັນບຸນປີ​ໃໝ່ Chol Chnam Thmay
(ພາບ: baomoi.com)


​(vovworld) –  ວັນ​ທີ 14/04, ກົງ​ກັບ​ມື້​ທຳ​ອິດຂອງ​ປີ​ໃໝ່​ຂອງ​ປະຊາຊົນ​ຊາວ​ເຜົ່າ​ຂະ​ແມ, ຄະນະ​ປະຕິບັດ​ງານຄະນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້  ພ້ອມ​ກັບ​ຜູ້ຕາງໜ້າ​ກຳມາ​ທິການ​ຊົນ​ເຜົ່າ​ສະພາ​ແຫ່ງ​ຊາດ, ກອງ​ບັນຊາ​ການ​ທະຫານ​ເຂດ 9 ​ໄດ້​ລົງ​ຢ້ຽມຢາມ, ມອບ​ຂອງຂວັນບຸນປີ​ໃໝ່ Chol Chnam Thmay ​ໃຫ້​ບັນດາ​ພະສົງ, ປະຊາຊົນ​ຊາວ​ເຜົ່າ​ຂະ​ແມ ຢູ່​ວັດ​ແຫ່ງ​ຕ່າງໆ​ຄື: Utdongmenchey, Porayseraychum ຢູ່​ເມືອງ​ ລອງ​ມີ້, ວັດ Occhumpruksa ຢູ່​ເມືອງ ວິ້ຖຸຍ ​ແລະ ວັດ Sasanarangsay ຢູ່​ນະຄອນ​ ວິ້​ແທງ, ​ແຂວງ​ເຮົ້າ​ຢາງ. ຢູ່​ແຕ່​ລະ​​ແຫ່ງ, ຄະນະ​ຜູ້​ແທນ​ໄດ້​ຢື້​ຢາມ​ຖາມ​ຂ່າວ, ມອບ​ຂອງຂວັນ​ປີ​ໃໝ່ ​ແລະ ອວຍພອນ​ໃຫ້​ພໍ່​ແມ່​ປະຊາຊົນ​ຕ້ອນຮັບ​ບຸນປີ​ໃໝ່​ຢ່າງ​ເບີກ​ບານ​ມ່ວນ​ຊື່ນ, ສາມັກຄີ ບົນຈິດ​ໃຈປະຢັດ, ສູ້​ຊົນ​ພັດທະນາ​ເສດຖະກິດ​ຄອບຄົວ ​ເພື່ອ​ໃຫ້​ນັບ​ມື້​ນັບ​ອີ່ມ​ໜຳສຳ​ລານ. ຕາມພະ​ອາຈານ ລິ໋​ເວ້, ຫົວໜ້າ​ສະມາຄົມ​ສາມັກຄີ​ພະສົງ​ຮັກ​ຊາດ​ແຂວງ​ເຮົ້າ​ຢາງ ​ແລ້ວ, ພໍ່​ແມ່​ປະຊາຊົນ​ຊາວ​ເຜົ່າ​ຂະ​ແມ ​ເຮົ້າ​ຢາງ ຕ້ອນ​ຮັບ​ບຸນ​ປີ​ໃໝ່ Chol Chnam Thmay 2015 ດ້ວຍ​ຄວາມ​ມ່ວນ​ຊື່ນ​ຫຼາຍ​ຢ່າງ ​ແລະ ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ທາງ​ດ້ານ​ຊີວິດ, ຈິດ​ໃຈ ​ແລະ​ ​ເສ​ດຖະກິດຈາກ​ອຳນາ​ດການ​ປົກ​ຄອງ. ປະຊາຊົນ​ຊາວ​ເຜົ່າ​ຂະ​ແມ ນ້ຳ​ໃຊ້​ບັນດາ​ແຫຼ່ງທຶນ, ທີ່​ດິນທຳ​ການນຜະລິດ, ຕົ້ນ​ໄມ້ ຢ່າງ​ມີ​ປະສິດທິ​ຜົນ, ​ໂດຍ​ລັດ​ໜູນ​ຊ່ວຍ ​ເພື່ອ​ພັດທະນາ​ເສດຖະກິດ​ຄອບຄົວ, ມີ​ສະຕິ​ບື່ນຕົວ​ຂຶ້ນ​ຫຼຸດ​ພົ້ນອອກ​ຈາກ​ຄວາມທຸກ​ຍາກ​ດ້ວຍ​ຕົນ​ເອງ. ວັດ 15 ​ແຫ່ງຢູ່​ເຮົ້າ​ຢາງ ​ໄດ້​ມີ​ເງື່ອນ​ໄຂ​ສະດວກ ​ເພື່ອ​ເປ​ີດຫ້ອງ​ສອນ​ພາສາ​ຫວຽດ - ຂະ​ແມ ​ໃຫ້​ລຸ​ກຫຼານປະຊາຊົນຊາວ​ເຜົ່າ​ຂະ​ແມ, ປະກອບສ່ວນອະນຸລັກ​ຮັກສາ​ຊີວິດ​ວັດທະນະທຳ ​ແລະ ພັດທະນາ​ການ​ສຶກສາ​ໃນ​ໝູ່​ປະຊາຊົນ​ຊາວ​​ເຜົ່າ​ຂະ​ແມ.

ຂ່າວ/ບົດ​ອື່ນ