ຄະນະຊີ້ນຳແຫ່ງຊາດວາງອອກບັນດາມາດຕະການກຽມພ້ອມປ້ອງກັນສະກັດກັ້ນໂລກລະບາດໂຄວິດ19

(VOVWORLD) - ກ່າວຄຳເຫັນສະຫລຸບກອງປະຊຸມ,ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເນັ້ນຫນັກວ່າ ໄລຍະນີ້ ຫວຽດນາມຕ້ອງປັບປຸງກຳລັງ, ບັນດາມາດຕະການທັງໝົດກຽມພ້ອມຮັບມືປ້ອງກັນສະກັດກັ້ນໂລກລະບາດ.
ຄະນະຊີ້ນຳແຫ່ງຊາດວາງອອກບັນດາມາດຕະການກຽມພ້ອມປ້ອງກັນສະກັດກັ້ນໂລກລະບາດໂຄວິດ19 - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: baochinhphu.vn

ທີ່ກອງປະຊຸມໃນຕອນບ່າຍວັນທີ 15 ຕຸລາ, ຜູ້ຕາງຫນ້າບັນດາກະຊວງ, ຂະແຫນງການໄດ້ຢັ້ງຢືນວ່າ: ຫວຽດນາມ ຄວບຄຸມບັນດາສະຖານທີ່ເກີດໂລກລະບາດໂຄວິດ 19 ສຳເລັດໂດຍພື້ນຖານແລ້ວ ແຕ່ເຖິງຢ່າງໃດກໍຕາມ ຄວາມສ່ຽງໂລກລະບາດໂຄວິດ 19 ອາດຈະເກີດຂຶ້ນໃນບໍ່ວ່າເວລາໃດ ພິເສດເມື່ອຈຳນວນຖ້ຽວບິນນຳສົ່ງພົນລະເມືອງຫວຽດນາມ ແລະ ຜູ້ຊ່ຽວຊານກັບຄືນເມືອປະເທດ ເພີ່ມຂຶ້ນ. ນອກນັ້ນ ໄລຍະຈະມາເຖິງແມ່ນລະດູຫນາວ ແລະ ລະດູບານໃຫມ່, ຊ່ວງເວລານີ້ ອາກາດເອື້ອອຳນວຍໃຫ້ບາງພະຍາດຕິດແປດລະບາດຂຶ້ນ. ເພື່ອສືບຕໍ່ປະຕິບັດເປົ້າໝາຍຄວບຄູ່ ທັງປ້ອງກັນສະກັດກັ້ນໂລກລະບາດ ທັງຍູ້ແຮງການພັດທະນາເສດຖະກິດສັງຄົມ, ບັນດາກຳລັງທີ່ມີຫນ້າທີ່ຮັບຜິດຊອບ ຄວນປະຕິບັດບັນດາມາດຕະການປ້ອງກັນ ສະກັດກັ້ນ, ກຽມພ້ອມຮັບມືກັບກໍລະນີຮ້າຍແຮງທີ່ສຸດໃນລະດູຫນາວປີນີ້, ເພີ່ມທະວີວຽກງານກວດກາ, ຕິດຕາມກວດກາການປະຕິບັດບັນດາຂໍ້ກຳນົດກ່ຽວກັບການເຂົ້າເມືອງຢ່າງເຂັ້ມງວດ, ຕິດຕາມກວດກາ, ແຍກຕົວຜູ້ເຂົ້າເມືອງ, ປ້ອງກັນສະກັກກັ້ນໂລກລະບາດ.

ກ່າວຄຳເຫັນສະຫລຸບກອງປະຊຸມ,ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເນັ້ນຫນັກວ່າ ໄລຍະນີ້ ຫວຽດນາມຕ້ອງປັບປຸງກຳລັງ, ບັນດາມາດຕະການທັງໝົດກຽມພ້ອມຮັບມືປ້ອງກັນສະກັດກັ້ນໂລກລະບາດ.

ຕອບກັບ

ຂ່າວ/ບົດ​ອື່ນ