ຄະນະນັກກິລາຫວຽດນາມເລີ່ມເດີນທາງເຂົ້າຮ່ວມOlympicRio2016

ຄະນະນັກກິລາຫວຽດນາມເລີ່ມເດີນທາງເຂົ້າຮ່ວມOlympicRio2016 - ảnh 1
( ພິທີ​ສົ່ງຄະນະ​ນັກ​ກິລາ ຫວຽດນາມ ​ເດີນທາງ​
ໄປ​ເຂົ້າ​ຮ່ວມ Olympic Rio 2016 )

(vovworld) - ​ ​​ຕອນ​ຄ່ຳ​ວັນ​ທີ 20/07 ຢູ່ ຮ່າ​ໂນ້ຍ ​ໄດ້​ຈັດ​ພິທີ​ສົ່ງຄະນະ​ນັກ​ກິລາ ຫວຽດນາມ ​ເດີນທາງ​ໄປ​ເຂົ້າ​ຮ່ວມ Olympic Rio 2016. Olympic ຄັ້ງ​ນີ້ ຄະນະ​ນັກ​ກິລາ ຫວຽດນາມ ​​ໄດ້ເຂົ້າ​ຮ່ວມດ້ວຍ​ຈຳນວນ​ນັກ​ກິລາ​ຫລາຍ​ທີ່​ສຸດ ນັບ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ, ດ້ວຍ  ນັກກິລາ 23 ຄົນທີ່​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ກິລາ 10 ປະ​ເພດ​ ຢູ່ Olympic 2016. ກ່າວ​ຄຳ​ເຫັນ​ທີ່​ພິທີທ່ານ ຫງວຽນ​ງອກ​ທ້ຽນ ລັດຖະມົນຕີ​ກະຊວງ​ວັດທະນະທຳ​ກິລາ ​ແລະ ທ່ອງ​ທ່ຽວ ​ປາດ​ຖະໜາ​ວ່າ: ບັນດາ​ສະມາຊິກ​ໃນ​ຄະນະ​ມານະ​ພະຍາຍາມ​ແຂ່ງ​ຂັນ​ດ້ວຍ​ຄວາມ​ຕັດສິນ​ໃຈ​ສູງ ​ແລະ ສຸດ​ຈິດ​ສຸດ​ໃຈ ​ເພື່ອ​ບັນລຸ​ໄດ້ຜົນ​ງານ​ດີ​ທີ່​ສຸດ ນຳ​ຜົນງານ​ອັນສະຫງ່າ​ລາສີ​ມາໃຫ້​ປະ​ເທດ​ຊາດ. ຕາງໜ້າ​ໃຫ້​ບັນດາ​ນັກ​ກິລາ​ເຂົ້າ​ຮ່ວມ Olympic 2016, ນັກ​ກິລາຟັນດາບ ຫວູ​ແທ່ງ​ອານ ສະ​ແດງ​ຄວາມ​ຕັດສິນ​ໃຈ​ວ່າ:

        “ຕາງໜ້າ​ໃຫ້​ບັນດາ​ນັກ​ກິລາ ຫວຽດນາມ ​ເຂົ້າ​ຮ່ວມງານ​ມະຫາ​ກຳ​ກິລາ Olympic 2016 ​ເຊິ່ງຈັດ​ຕັ້ງ​ຢູ່ Rioນັ້ນ,ຂ້າພະ​ເຈົ້າ​ຂໍ​ໝັ້ນ​ໝາຍ​ຈະເຂົ້າ​ຮ່ວມ Olympic 2016 ດ້ວຍ​ນໍ້າໃຈ​ສາມັກຄີ, ມິດຕະພາບ​ກັບ​ບັນດາ​ເພື່ອນ​ມິດ​ສາກົນ, ສະ​ແດງ​ຄວາມສະໜິດສະໜົມ​ຂອງ​ປະ​ເທດ​ຊາດ ​ແລະ ຊາວ ຫວຽດນາມທີ່ ຮັກຫອມ​ສັນຕິພາບ; ປະຕິບັດ​ກົດ​ລະບຽບ​ຂອງ​ຄະນະ​ກິລາ ຫວຽດນາມ ຢ່າງ​ເຂັ້ມ​ງວດ, ຕາມຂໍ້​ກຳນົດຂອງ Olympic 2016, ຮີດຄອງ​ປະ​ເພນີ​ຂອງ​ປະ​ເທດ​ເຈົ້າພາບ; ​ແຂ່ງຂັນ​ດ້ວຍ​ຈິດ​ໃຈບໍລິສຸດ, ສູງ​ສົ່ງ, ມີ​ຫົວຄິດ​ປະດິດ​ສ້າງ, ຍາດ​ໄດ້ຜົນງານ​ສູງ​ສຸດ ​ເພື່ອ​ການ​ພັດທະນາ​ຂອງ​ກິລາ ຫວຽດນາມ ​ແລະ ​ເພື່ອ​ຄວາມສະຫງ່າ​ລາສີ​ຂອງ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ