ຄະນະນັກສິລະປິນຟ້ອນພື້ນເມືອງດິດແຫ່ງຊາດ ລັດເຊຍ ສະແດງຢູ່ ຫວຽດນາມ

(VOVWORLD) - ຄະນະນັກສິລະປິນຟ້ອນພື້ນເມືອງແຫ່ງຊາດ “Beryozka” ໂດ່ງດັງຂອງໂລກ ຈະສະແດງຢູ່ ຫວຽດນາມ ແຕ່ວັນທີ 4 -7 ຕຸລາ 2017. 
ຄະນະນັກສິລະປິນຟ້ອນພື້ນເມືອງດິດແຫ່ງຊາດ ລັດເຊຍ ສະແດງຢູ່ ຫວຽດນາມ  - ảnh 1 ການສະແດງຂອງບັນດານັກສິລະປິນ ຊາວ ລັດເຊຍ

ນີ້ແມ່ນການສະແດງສິລະປະໂດຍສູນກາງຈັດຕັ້ງການສະແດງສິລະປະ (ກົມສິລະປະການສະແດງ) ເປັນເຈົ້າພາບ, ສົມທົບກັບສະຖາບັນດົນຕີແຫ່ງຊາດ ຫວຽດນາມ, ສະຖານທູດສະຫະພັນລັດເຊຍ ປະຈຳ ຫວຽດນາມ ແລະ ສູນວິທະຍາສາດ ແລະ ວັດທະນະທຳ ລັດເຊຍ ຢູ່ ຮ່າໂນ້ຍ ຈັດຕັ້ງ, ເຊິ່ງນອນໃນຂອບເຂດຊຸມວັນວັດທະນະທຳ ລັດເຊຍ ຢູ່ ຫວຽດນາມ ປີ 2017.

        ຄະນະນັກສິລະປິນຟ້ອນ ພື້ນເມືອງແຫ່ງຊາດ “Beryozka” ຈະສະແດງຢູ່ໂຮງລະຄອນໃຫຍ່ ຮ່າໂນ້ຍ ໃນຕອນຄ່ຳວັນທີ 5 ຕຸລາ; ສະຖາບັນດົນຕີແຫ່ງຊາດ ຮ່າໂນ້ຍ ແລະ ໂຮງລະຄອນນະຄອນໂຮ່ຈີມິນ ໃນວັນທີ 6 ຕຸລາ.

ຕອບກັບ

ຂ່າວ/ບົດ​ອື່ນ