ຄະນະນັກສິລະປະກອນແຂວງຢຸນນານຂອງຈີນມາສະແດງຢູ່ຮ່າໂນ້ຍ

ຄະນະນັກສິລະປະກອນແຂວງຢຸນນານຂອງຈີນມາສະແດງຢູ່ຮ່າໂນ້ຍ - ảnh 1
(ຄະນະນັກສິລະປະກອນແຊວງຢຸນນານຂອງຈີນມາສະແດງຢູ່ຮ່າໂນ້ຍ)

(vovworld) – ຕອນ​ຄໍ່​າວັນ​ທີ 27/10, ຢູ່​ໂຮງ​ລະຄອນ​ໃຫຍ່​ຮ່າ​ໂນ້ຍ, ​ໄດ້​ຈັດ​ລາຍການ​ສະ​ແດງສິລະ​ປະ​ຂອງ​ຄະນະ​ນັກສິລະ​ປະ​ກອນ​ແຂວງຢຸນນານ ​ຂອງຈີ​ນ, ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 65 ປີ​​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ຫວຽດນາມ ​ແລະ ຈີນ (18/01/1950 – 18/01/2015). ​ເຂົ້າ​ຮ່ວມ​ລາຍການ​ມີ​ທ່ານ​ລັດຖະມົນ​ຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ໂຮ່ຊວນ​ເຊີນ, ທ່າ​ນລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່​ອງທ່ຽວ ​ເວື​ອງຢຸຍບຽນ, ທ່ານ​ຮອງ​ຫົວໜ້າ​ຄະນະ​ກຳ​ມະ​ການ​ປະຈຳ​ສະພາ​ຜູ້​ແທນ​ປະຊາຊົນ​ແຂວງ ຢຸນນານ, ​ແຫ່ງ​ປະ​ເທດຈີນ​, ທ່ານ​ເອກ​ອັກຄະ​ລັດຖະທູດ​ຈີນ ​ປະຈຳ​ຫວຽດນາມ ໂຄງ​ແຊວ​ຢຸງ. ກ່າວ​ຄຳ​ເຫັນ​ໄຂ​ລາຍ​ການ, ທ່ານ​ເລ​ວັນ​ຮວາດ, ຮອງ​ປະທານ​ສະພາ​ປະຊາຊົນ​ນະຄອນ​ຮ່າ​ໂນ້ຍ ຢືນຢັນ​ວ່າ.

      “ພວກ​ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ, ການ​ຢ້ຽມຢາມ ​ແລະ ສະ​ແດງ​ສິລະປະ​ຂອງ​ຄະນະ​ນັກ​ສິລະ​ປະກອນ​​ແຂວງ​ຢຸນນານ, ​ແມ່ນ​ໜຶ່ງ​ໃນ​ບັນດາ​ຄະນະ​ສິລະ​ປະກອນ​ດີ​ເດັ່ນ​ຂອງ​ຈີນ, ການສະ​ແດງ​ສິລະ​ປະ​ຄັ້ງ​ນີ້ຈະ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເພື່ອ​ສະ​ເຫຼີ​ມສະຫຼອງ 65 ປີ​​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ຫວຽດນາມ ​ແລະ ຈີນ , ພ້ອມ​ທັງ​ປະກອບສ່ວນຊຸກ​ຍູ້ ​ແລະ ​ເຮັດ​​ໃຫ້ຄວາມ​ເຂົ້າອົກ​ເຂົ້າ​ໃຈ​ດ້ານ​ວັດທະນະທຳ, ນ້ຳ​ໃຈ​ມິດຕະພາບ​ລະຫວ່າງປະຊາຊົນ 2 ທ້ອງ​ຖິ່ນ ​ແລະ ປະຊາຊົນ 2 ປະ​ເທດ​ເລິກ​ເຊິ່ງຂຶ້ນ​ຕື່ມ.”

ຂ່າວ/ບົດ​ອື່ນ