ຄະນະນັກຮຽນຫວຽດນາມອາໄສຢູ່ຕ່າງປະເທດໄປຖະຫວາຍທູບທຽນຢູ່ວິຫານ ເຈີ່ນ - ທ໋າຍບິ່ງ

ຄະນະນັກຮຽນຫວຽດນາມອາໄສຢູ່ຕ່າງປະເທດໄປຖະຫວາຍທູບທຽນຢູ່ວິຫານ ເຈີ່ນ - ທ໋າຍບິ່ງ - ảnh 1
( ວິຫານ​ບູຊາ​ເຈົ້າ​​ຊີວິດ​ເຈີ​່ນ ຢູ່​ແຂວງ ທ໋າຍບິ່ງ )

(vovworld) –     ຕ້ອນ​ເຊົ້າ​ວັນ​ທີ 15/7, ຄະນະ​ນັກຮຽນຫວຽດນາມທີ່ພວມ​ດຳລົງ​ຊີວິ​ດ ​ແລະ ຮໍ່າຮຽນ​ຢູ່ 25 ປະ​ເທດ ​ແລະ ພາກ​ພື້ນ, ​ທີ່​ເຂົ້າ​ຮ່ວມລາຍການຄ້າຍ​ພັກ​ແລ້ງຫວຽດນາມ 2012, ​ໄດ້​ໄປ​ຖະຫວາຍ​ທູບ​ທຽນ​ຢູ່​ເຂດ​ປູສະ​ນີຍະ​ຊະ​ຖານ​ບັນດາ​ວິຫານ​ບູຊາ​ເຈົ້າ​​ຊີວິດ​ເຈີ​່ນ ​ແລະ ​ເຂົ້າ​ຮ່ວມ​ພິທີ​ອາ​ໄລ​ຫາ​ບັນດາ​ວີນຍານ​ບັນດາ​ວິລະ​ຊົນນັກຮົບ​ທີ່​ເສຍ​ຊະ​ຫຼະຊີວິດ​ເພື່ອ​ຊາດ​ຢູ່​ແຂວງ ທ໋າຍບິ່ງ. ລາຍການຄ້າຍ​ພັກ​ແລ້ງຫວຽດນາມ 2012 ດ້ວຍ​ຫົວ​ຂໍ້​ “ກັບ​ເມືອ​ເຂດ​ດິນ​ແດງ” ​ເພື່ອ​ແນ​ໃສ່​​ລະນຶກ 60 ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ຂອງ​ນັກ​ຮົບວິລະ​ຊົນ​ຍິງ Vo Thi Sau, 150 ປີ​​ແຫ່ງ​ວັນສ້າງ​ຕັ້ງຄຸກ ກົນ​ດາວ ​ແລະ 65 ປີ​ແຫ່ງ​ວັນ​ທະຫານ​ເສຍ​ອົງຄະ ​ແລະ ນັກຮົບ​ທີ່ເສຍສະຫຼະ​ຊີວິດ​ເພື່ອ​ຊາດ. ນັກຮຽນຫວຽ​ດນາມ​ທີ່​ຮຳ່ຮຽນ​ຢູ່​ຕ່າງປະ​ເທດ​ເຂົ້າ​ຮ່ວມ​ຄ້າຍ​ພັກ​ແລ້ງ ລ້ວນ​ແຕ່​​ແມ່ນ​ແບບຢ່າງ​ຮໍ່າຮຽນ​ທີ່ດີ​ເດັ່ນ ​ແລະ ມີ​ການອຸທິດ​ສ່ວນ​ຢ່າງ​ຫຼວງ​ຫຼາຍໃຫ້​ແກ່​ສັງຄົມ. ພາຍຫຼັງ​ຫຼາຍ​ປີ​ທີ່​ຫ່າງ​ຈາກ​ບ້ານ​ເກີດ​ເມືອງ​ນອນ, ນີ້​ແມ່ນ​​ໂອ​ກາດ​ທີ່​ດີ​ເພື່ອ​​ໃຫ້ພວກ​ນ້ອງ​ມີ​ໂອກາດ​ກັບ​​ເມື່ອ​ປະ​ເທດ, ຊອກ​ຮູ້​ກ່ຽວ​ກັບປະ​ເທດ​ຊາດ ​ແລະ ຊາວ​ຫວຽດນາມ ​ຈາກ​ນັ້ນ​ຍິ່ງ​ມີ​ຄວາມ​ຮັກ​ຕໍ່​ປະ​ເທດ​ຫວຽດນາມ ​ແລະ ​ເພີ່ມ​ສະຕິ​​ໃນ​ການສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດກວ່າ​ອີກ.

ຂ່າວ/ບົດ​ອື່ນ