(VOVWORLD) - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມຄະນະປະຈຳລັດຖະບານກັບບັນດາກະຊວງ, ຂະແໜງການ ແລະ ນະຄອນ ຮ່າໂນ້ຍ, ນະຄອນ ໂຮ່ຈີມິນ ເພື່ອປຶກສາຫາລື, ປະກອບຄໍາເຫັນກ່ຽວກັບບັນດາໂຄງການເສັ້ນທາງລົດໄຟ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເປັນປະທານກອງປະຊຸມ |
ຕອນບ່າຍວັນທີ 23 ທັນວາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມຄະນະປະຈຳລັດຖະບານກັບບັນດາກະຊວງ, ຂະແໜງການ ແລະ ນະຄອນ ຮ່າໂນ້ຍ, ນະຄອນ ໂຮ່ຈີມິນ ເພື່ອປຶກສາຫາລື, ປະກອບຄໍາເຫັນກ່ຽວກັບບັນດາໂຄງການເສັ້ນທາງລົດໄຟລວມມີ: ໂຄງການເສັ້ນທາງລົດໄຟຄວາມໄວສູງ ເໜືອ - ໃຕ້; ເສັ້ນທາງລົດໄຟ ລາວກາຍ - ຮ່າໂນ້ຍ - ຫາຍຟ່ອງ ແລະ ບັນດາເສັ້ນທາງລົດໄຟໃນຕົວເມືອງ.
ເມື່ອກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ສະເໜີໃຫ້ກະຊວງວິທະຍາສາດເຕັກໂນໂລຢີ, ກະຊວງກໍ່ສ້າງສຳຫຼວດກວດຄືນມາດຕະຖານສາກົນ, ພ້ອມທັງອີງໃສ່ບົດຮຽນປະສົບການ, ບົນພື້ນຖານນັ້ນເລືອກເອົາເຕັກໂນໂລຢີກໍ່ສ້າງເສັ້ນທາງລົດໄຟຄວາມໄວສູງເໜືອ - ໃຕ້, ຮັບປະກັນດ້ານເຕັກນິກ ແລະ ເສດຖະກິດ.
ສຳລັບເສັ້ນທາງລົດໄຟ ລາວກາຍ - ຮ່າໂນ້ຍ - ຫາຍຟ່ອງ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ສູ້ຊົນປະຕິບັດໄວກວ່າສຳລັບການຄົ້ນຄວ້າຄວາມເປັນໄປໄດ້ໃນເບື້ອງຕົ້ນ, ຊ້າສຸດແມ່ນຕ້ອງສຳເລັດໃນເດືອນ ມີນາ 2026