ຄະນະປະຈຳສະພາ ແຫ່ງຊາດ ຕີລາຄາ ປະສິດທິຜົນສັງລວມ ຂອງໂຄງການ ໂບສິດ 2 ແຫ່ງ

ຄະນະປະຈຳສະພາ ແຫ່ງຊາດ ຕີລາຄາ ປະສິດທິຜົນສັງລວມ ຂອງໂຄງການ ໂບສິດ 2 ແຫ່ງ - ảnh 1
(ພາບປະກອບ)

(vovworld) – ຕອນ​ເຊົ້າ​ວັນ​ທີ 17/05, ທີ່​ການ​ເຮັດ​ວຽກ​ເປັນ​ມື້​ສຸດ​ທ້າຍຂອງ​ກອງ​ປະຊຸມ​ຄະນະ​​ປະຈຳ​ສະພາ​ແຫ່ງ​ຊາດຄັ້ງ​ທີ 28, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໄດ້​ຮັບ​ຟັງ​ບົດ​ລາຍ​ງານ​​ຂອງຄະນະ​ຕິດຕາມ​ກວດກາ​​ກ່ຽວ​ກັບ​ຫົວ​ເລື່ອງປະສິດທິ​ຜົນ​ສັງ​ລວມດ້ານເສດຖະກິດ, ສັງຄົມ​ຕິດ​ພັນ​ກັບ​ການ​ຮັບປະກັນ​ການ​ປ້ອງ​ກັນຊາ​ດ, ປ້​ອງ​ກັນ​ຄວາມ​ສະຫງົ​ບຂອງ 2 ໂຄງການ ​ໂບສິດ ​ເຕີນຣາຍ ​ແລະ ​ເຍີນ​ເກີ, ​ໂດຍ​ກຸ່ມ​ບໍລິສັດ​ອຸດສາຫະກຳ​ຖ່ານ​ຫີນ - ແຮ່ທາດ​ຫວຽດນາມ ​ເປັນ​ເຈົ້າຂອງ​ການ​ລົງທຶນ.

        ນີ້​ແມ່ນ 2 ​ໂຄງການ​ທົດ​ລອງ​ຂຸດ​ຄົ້ນໂບສິດ ​ເພື່ອ​ຜະລິດ ອາ​ລູມີນ ​ແຫ່ງ​ທຳ​ອິດ​ຢູ່​ຫວຽດນາມ, ສະຖານ​ທີ່​ກໍ່ສ້າງ​ໂຮງງານ ອາ​ລູມີນ ຢູ່​ແຂວງ ​ເລີມ​ດົ່ງ ​ແລະ ດັ໋ກລັກ ​ແມ່ນ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພັດທະນາ​ເສດຖະກິດ, ສັງຄົມ​ເຂດ ​ໄຕ​ງວຽນ.

        ​ລາຍ​ງານ​ທີ່​ການ​ເຮັດ​ວຽກ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຮ່ວາງ​ຈູງຫາຍ ​ໃຫ້​ຮູ້​ກ່ຽວ​ກັບ​ປະສິດທິ​ຜົນດ້ານ​ເສດຖະກິດ​ຂອງ 2 ​ໂຄງການ. ລັດຖະບານ​ຄິດ​ໄລ່​ຢ່າງ​ເຂັ້ມງວດ​ບົນ​ພື້ນຖານ​ບັນດາ​ແຜນ​ຮ່າງ​ລະອຽດ​ທີ່​ສຸດ, ຮັບປະກັນ​ໂຄງການ​ຍັງ​ມີ​ປະສິດທິ​ຜົນ. ​ແລະກໍ່ຕາມ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງຫາຍ ​ແລ້ວ, ​​ໄລ​ມາ​ຮອດ​ປະຈຸ​ບັນ, ກຸ່ມ​ບໍລິສັດ​ອຸດສາຫະກຳ​ຖ່ານ​ຫີນ - ແຮ່ທາດ​ຫວຽດນາມ ​ໄດ້​ເປັນ​ເຈົ້າ​ການ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວຂ​ອງ 2 ​ໂຄງການ, ບໍ່​ຕ້ອງ​ຈ້າງ​ບໍລິສັດ​ຕາງ​ປະ​ເທດ​ເພື່ອ​ດຳ​ເນີນ​ການເຄື່ອນ​ໄຫວ.

ຂ່າວ/ບົດ​ອື່ນ