ຄະນະປະຈຳສະພາ ແຫ່ງຊາດປຶກສາຫາລືຮ່າງ ກົດໝາຍວ່າດ້ວຍການ ຈັດຕັ້ງສະພາແຫ່ງຊາດ


ຄະນະປະຈຳສະພາ ແຫ່ງຊາດປຶກສາຫາລືຮ່າງ ກົດໝາຍວ່າດ້ວຍການ ຈັດຕັ້ງສະພາແຫ່ງຊາດ  - ảnh 1

 (ພາບ: TTXVN)

(vovworld)- ​ ​ໂດຍ​ໄດ້​ສືບ​ຕໍ່​ວາລະ​ປະຊຸມ​ຄັ້ງທີ 28, ຕອນ​ເຊົ້າວັນ​ທີ 16/5, ບັນດາ​ສະມາຊິກຄະນະ​ປະຈຳສະພາ​ແຫ່ງຊາດ​​ໄດ້ປຶກສາ​ຫາລື​, ​ໃຫ້​ຄຳ​ເຫັນ​ໃສ່ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການຈັດຕັ້ງສະພາ​ແຫ່ງ​ຊາດ (ສະບັບ​ປັບປຸງ) ​ແລະ ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ປັບປຸງ, ​ເພີ່ມ​ເຕີມ​ຂໍ້​ທີ 2 ມາດຕາ​ທີ 13 ກົດໝາຍ​ວ່າ​ດ້ວຍ​ສັນຊາດ​ຫວຽດນາມ. ທີ່​ວາລະ​ປະຊຸມ, ຄະນະ​ປະຈຳສະພາ​ແຫ່ງຊາດ​ເຫັນ​ດີ​ກັບ​ການ​ຮັກສາ​ຈຳນວນ​ສະພາ​ຊົນ​ເຜົ່າ ​ແລະ ບັນດາ​ກຳມາ​ທິການ​ຂອງ​ສະພາ​ແຫ່ງ​ຊາດ​ຄື​ປະຈຸ​ບັນ. ກ່ຽວ​ກັບ​ເນື້ອ​ໃນ​ນີ້, ທ່ານ​ປະທານ​ສະພາ​ແຫ່ງ​ຊາ​ດຫວຽດນາມ ຫງວຽນ​ຊິງ​ຮຸ່ງ ມີ​ຄຳ​ເຫັນ​ວ່າ:

     “ຕ້ອງ​ເຮັດ​ແຈ້ງ​ພາລະ​ໜ້າ​ທີ່, ສິດ​ອຳນາດ​ຂອງ​ສະພາ​ຊົນ​ເຜົ່າ ​ແລະ ບັນດາ​ກຳມາ​ທິການ. ຂ້າພະ​ເຈົ້າຂໍ​ຍົກ​ຕົວຢ່າງ​ຄື: ບົດ​ອະພິປາຍ, ນີ້​ແມ່ນ​ສິດ​ທີ່​ໃຫ່ຍທີ່​ສຸດ​ຕ້ອງ​ຈຳ​ແນ​ກຢ່າງ​ຈະ​ແຈ້ງ​ສິດ​ຂອງ​ທ່ານ​ປະທານ​ກຳ​ມະ​ທິການ​ຄື​ແນວ​ໃດ, ສິດ​ຂອງ​ກຳມາ​ທິການ​ຄື​ແນວ​ໃດ. ​ພາລະ, ໜ້າ​ທີ່​ນີ້​ຕ້ອງ​ຖືກ​ນຳ​ເຂົ້າຮ່າງ​ກົດໝາຍສະບັບ​ນີ້ ​ແລະ ພາລະ​ໜ້າ​ທີ່​ຕ້ອງ​ມີ​ລາຍ​ລະອຽດ, ຈະ​ແຈ້ງຕື່ມ​ອີກ“./.

 

ຂ່າວ/ບົດ​ອື່ນ