ຄະນະປະຈຳສະພາ ແຫ່ງຊາດໃຫ້ຄຳເຫັນ ກ່ຽວກັບລາຍການ ເຄື່ອນໄຫວຕິດຕາມ ກວດກາ
(ພາບ: http://noichinh.vn)
(vovworld)- ສືບຕໍ່ວາລະປະຊຸມຄັ້ງທີ 27, ຕອນເຊົ້າວັນທີ 18/4, ຄະນະປະຈຳສະພາແຫ່ງຊາດໃຫ້ຄຳເຫັນກ່ຽວກັບການຄາດຄະເນລາຍການເຄື່ອນໄຫວຕິດຕາມກວດກາຂອງສະພາແຫ່ງຊາດ. ເມື່ອປຶກສາຫາລືກ່ຽວກັບເນື້ອໃນດັ່ງກ່າວໃນວາລະປະຊຸມໃນຕອນເຊົ້າວັນທີ 18/4, ບັນດາຜູ້ແທນຖືວ່າ, ການເຄື່ອນໄຫວຕິດຕາມກວດກາມີການປະຕິຮູບຫຼາຍຢ່າງໃນດ້ານເນື້ອໃນ ແລະ ຮູບການເຄື່ອນໄຫວ ແຕ່ການຕິດຕາມກວດກາຄວນລົງເລິກກ່ວາ, ຫລຸດຜ່ອນບັນດາຫົວເລື່ອງສະເພາະທີ່ເປັນຈຸດສຸມ. ທ່ານຟານຈຸງລີ, ຫົວໜ້າກຳມາທິຫານກົດໝາຍຂອງສະພາແຫ່ງຊາດ ຍົກຄຳເຫັນວ່າ:
“ໃນ 6 ຫົວເລື່ອງສະເພາະ, ຂ້າພະເຈົ້າສະເໜີເລືອກເອົາ 2 ຫົວເລື່ອງສະເພາະຄື: ຫົວເລື່ອງຂອງສະພາແຫ່ງຊາດ ແລະ ຫົວເລື່ອງຂອງຄະນະປະຈຳສະພາແຫ່ງຊາດເພື່ອຕິດຕາມກວດກາ. ສຳລັບຫົວເລື່ອງຕິດຕາມກວດກາຂອງສະພາແຫ່ງຊາດຂ້າພະເຈົ້າສະເໜີເລືອກຫົວເລື່ອງການປະຕິບັດນະໂຍບາຍ, ກົດໝາຍກ່ຽວກັບໂຄງການກໍ່ສ້າງຊົນນະບົດໃໝ່. ສ່ວນການຕິດຕາມກວດກາກ່ຽວກັບສະພາບຕັດສິນລົງໂທດບໍ່ຖືກຕ້ອງການ
ໃນເຄື່ອນໄຫວດຳເນີນຄະດີອາຍາ ແລະ ການຊົດເຊີຍໃຫ້ຜູ້ຖືກຕັດສິນລົງໂທດບໍ່ຖືກຕ້ອງຕາມກົດໝາຍຮັບຜິດຊອບຊົດເຊີຍຂອງລັດ ແມ່ນມອບໃຫ້ເລື່ອງຂອງຄະນະປະຈຳສະພາແຫ່ງຊາດ
ຮັບຜິດຊອບ“