(vovworld) - ຕອນເຊົ້າວັນທີ 16 ກັນຍາ, ຄະນະປະຈຳສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບຮ່າງກົດໝາຍຕ້ອນຮັບພົນລະເມືອງ. ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ໄດ້ເຂົ້າຮ່ວມ ແລະ ເປັນປະທານກອງປະຊຸມ. ທີ່ການເຮັດວຽກ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ປຶກສາຫາລື, ໃຫ້ຄຳເຫັນກ່ຽວກັບຊື່ເອີ້ນຂອງຮ່າງກົດໝາຍດັ່ງກ່າວ, ສຳນັກງານຕ້ອນຮັບພົນລະເມືອງ, ບັນດາຂັ້ນຕອນໃນການຕ້ອນຮັບພົນລະເມືອງ, ໜ້າທີ່ຮັບຜິດຊອບຂອງຜູ້ນຳບັນດາອົງການຕ້ອນຮັບພົນລະເມືອງ, ກໍ່ຄືການພົວພັນຂອງຮ່າງກົດໝາຍນີ້ ກັບບັນດາກົດໝາຍພວມປະກາດໃຊ້. ກ່ຽວກັບຊື່ເອີ້ນຂອງຮ່າງກົດໝາຍ, ຫຼາຍຄຳເຫັນໄດ້ຖືວ່າຮັກສາຊື່ເອີ້ນແມ່ນ “ກົດໝາຍຕ້ອນຮັບພົນລະເມືອງ”. ກ່ຽວກັບເນື້ອໃນຂອງສຳນັກງານຕ້ອນຮັບພົນລະເມືອງ, ມີຄຳເຫັນຖືວ່າ ສຳນັກງານນີ້ຕ້ອງມີກາປະທັບ ຕ່າງຫາກ ເພື່ອຢັ້ງຢືນລັກສະນະກົດໝາຍ; ແລະ ຍັງມີບາງຄຳເຫັນຖືວ່າ: ສຳນັກງານແຫ່ງນີ້ພຽງແຕ່ບ່ອນຮັບ, ຈັດປະເພດ ແລະ ຕອບບັນດາເອກະສານ, ຈົດໝາຍ ກໍ່ຄືມີໜ້າທີ່ຊຸກຍູ້ບັນດາອົງການ, ກະຊວງໃຫ້ຄຳ ຕອບບັນດາຈົດໝາຍຂອງພົນລະເມືອງ.
ແລະກໍ່ໃນຕອນເຊົ້າວັນດຽວກັນ, ຄະນະປະຈຳສະພາແຫ່ງຊາດ ໄດ້ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການຈັດກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດໂລກຄັ້ງທີ 132 (IPU -132) ຢູ່ຫວຽດນາມ ໃນປີ 2015.