ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ພິ​ຈາ​ລະ​ນາ​ກ່ຽວ​ກັບ​ການ​ແກ້​ໄຂ​ການ​ຮ້ອງ​ທຸກ, ຮ້ອງ​ຟ້ອງ​ຂອງ​ພົນ​ລະ​ເມືອງທີ່​ໄດ້​ສົ່ງ​ມາ​ຍັງ ສະ​ພາ​ແຫ່ງ​ຊາດ

(VOVWORLD) -ສະພາແຫ່ງຊາດຊຸດທີ xv, ພິຈາລະນາບົດລາຍງານສະພາບການແກ້ໄຂ, ຕອບຄຳຊັກຖາມຂອງຜູ້ມີສິດເລືອກຕັ້ງ; ໝາກຜົນການຕ້ອນຮັບພົນລະເມືອງ, ຮອງຮັບ ແລະ ແກ້ໄຂໃບຮ້ອງທຸກ, ຮ້ອງຟ້ອງ ແລະ ຕິດຕາມວຽກງານແກ້ໄຂການຮ້ອງທຸກ, ຮ້ອງຟ້ອງຂອງພົນລະເມືອງ ທີ່ໄດ້ສົ່ງມາຍັງສະພາແຫ່ງຊາດ.
ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ພິ​ຈາ​ລະ​ນາ​ກ່ຽວ​ກັບ​ການ​ແກ້​ໄຂ​ການ​ຮ້ອງ​ທຸກ, ຮ້ອງ​ຟ້ອງ​ຂອງ​ພົນ​ລະ​ເມືອງທີ່​ໄດ້​ສົ່ງ​ມາ​ຍັງ ສະ​ພາ​ແຫ່ງ​ຊາດ - ảnh 1ກອງປະຊຸມເທື່ອທີ 2,  ຄະນະປະຈຳສະພາແຫ່ງຊາດຊຸດທີ XV (ພາບ:TTXVN)

   ໂດຍສືບຕໍ່ລາຍການເຮັດວຽກຂອງກອງປະຊຸມເທື່ອທີ 2, ວັນທີ 18 ສິງຫາ, ຄະນະປະຈຳສະພາແຫ່ງຊາດໄດ້ປະກອບຄຳເຫັນເບື້ອງຕົ້ນກ່ຽວກັບການກະກຽມກອງປະຊຸມເທື່ອທີ 2, ສະພາແຫ່ງຊາດຊຸດທີ xv, ພິຈາລະນາບົດລາຍງານສະພາບການແກ້ໄຂ, ຕອບຄຳຊັກຖາມຂອງຜູ້ມີສິດເລືອກຕັ້ງ; ໝາກຜົນການຕ້ອນຮັບພົນລະເມືອງ, ຮອງຮັບ ແລະ ແກ້ໄຂໃບຮ້ອງທຸກ, ຮ້ອງຟ້ອງ ແລະ ຕິດຕາມວຽກງານແກ້ໄຂການຮ້ອງທຸກ, ຮ້ອງຟ້ອງຂອງພົນລະເມືອງ ທີ່ໄດ້ສົ່ງມາຍັງສະພາແຫ່ງຊາດ.

        ໃນວັນດຽວກັນ, ຄະນະປະຈຳສະພາແຫ່ງຊາດ ໄດ້ພິຈາລະນາຮ່າງມະຕິ ວ່າດ້ວຍການປະກາດລະບຽບການເຮັດວຽກເປັນຕົວຢ່າງຂອງ ສະພາຊົນເຜົ່າ, ບັນດາກຳມາທິການຂອງສະພາແຫ່ງຊາດ. ພິຈາລະນາ, ຕັດສິນການສ້າງຕັ້ງ, ຍົກເລີກອົງການສືບສວນອາຍາເຂດທະຫານ ແລະ ອົງການທຽບເທົ່າ, ອົງການສືບສວນອາຍາຂົງເຂດໃນກອງທັບປະຊາຊົນ.

 

ຕອບກັບ

ຂ່າວ/ບົດ​ອື່ນ