ຄະນະປະຈຳສະພາແຫ່ງຊາດຊັກຖາມລັດຖະມົນຕີກະຊວງແຮງງານທະຫານເສຍອົງຄະແລະສັງຄົມ,ກະຊວງຖະແຫລງຂ່າວແລະສື່ສານ

ຄະນະປະຈຳສະພາແຫ່ງຊາດຊັກຖາມລັດຖະມົນຕີກະຊວງແຮງງານທະຫານເສຍອົງຄະແລະສັງຄົມ,ກະຊວງຖະແຫລງຂ່າວແລະສື່ສານ - ảnh 1
ວາ​ລະ​ຊັກ​ຖາມລັດ​ຖະ​ມົນ​ຕີ​ກະ​ຊວງ​ແຮງ​ງານ ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ ແລະລັດ​ຖະ​ມົນ​ຕີ​ກະ​ຊວງ​ຖະ​ແຫລງ​ຂ່າວ ແລະ ສື່​ສານ​
ພາບ: baochinhphu.vn

(VOVworld)- ທີ່ວາ​ລະ​ຊັກ​ຖາມດຳ​ເນີນ​ໃນ ວັນ​ທີ 18/4 ໃນ​ຂອບ​ເຂດກອງ​ປະ​ຊຸມ​ຄັ້ງ​ທີ 9, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14. ເນື້ອ​ໃນ​ຊັກ​ຖາມ​ທ່ານ ດາວງອກ​ຢູງ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຮງ​ງານ ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ ແມ່ນ​ສຸມ​ໃສ່​ມາດ​ຕະ​ການ​ເພື່ອ​ຍູ້​ໄວ​ການ​ສຳ​ຫລວດກວດ​ກາ, ແກ້​ໄຂ​ລະ​ບອບ​ນະ​ໂຍ​ບາຍ​ທີ່​ມີ​ຕໍ່​ຜູ້​ມີ​ຄຸນ​ງາມ​ຄວາມ​ດີ, ສະ​ພາບ​ຕົວ​ຈິງ​ໃນ​ວຽກ​ງານ​ຄຸ້ມ​ຄອງ​ລັດ​ກ່ຽວ​ກັບ​ການ​ສອນ​ວິ​ຊາ​ຊີບ, ບັນ​ຫາ​ຫັນ​ປ່ຽນ, ຄຸ້ມ​ຄອງ​ບັນ​ດາ​ສູນ​ບຳ​ບັດ​ຜູ້​ຕິດ​ຢາ​ເສບ​ຕິດ. ເມື່ອ​ຕອບ​ຄຳ​ຊັກ​ຖາມ​ກ່ຽວ​ກັບ​ການ​ຍົກ​ສູງ​ສະ​ພາບ​ຕະ​ພາບ​ແຮງ​ງານ, ທ່ານ​ ດາວງອກ​ຢູງ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຮງ​ງານ, ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ ໃຫ້​ຮູ້​ວ່າ:

        “ຕ້ອງ​ສຸມ​ໃສ່​ສ້າງ​ໂຄງ​ປະ​ກອບ​ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ຄືນ​ໃຫມ່ ເພື່ອ​ຊຸກ​ຍູ້​ສະ​ມັດ​ຕະ​ພາບ​ແຮງ​ງານ, ຈຳ​ກັດ​ການ​ນຳ​ໃຊ້​ແຮງ​ງານທຳ​ມະ​ດາ. ສຸມ​ໃສ່​ບຳ​ລຸງ​ສ້າງ​ຕາມ​ຄວາມ​ຕ້ອງ​ການ​ຂອງ​ຕະ​ຫລາດ ສະ​ນັ້ນ ຕ້ອງ​ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ກັບ​ວິ​ສາ​ຫະ​ກິດ, ເອົາ​ໃຈ​ໃສ່​ຍົກ​ສູງ​ທັກ​ສະ​ສີ​ມືແຮງ​ງານ. ທີ​ສາມ ແມ່ນ​ປ່ຽນ​ໃຫມ່​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ.”

ວຽກ​ງານ​ຄຸ້ມ​ຄອງ​ຄວາມ​ປອ​ດ​ໄພ​ຂໍ້​ມູນ​ຂ່າວ​ສານ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ, ເລື່ອງແກ້​ໄຂບັນ​ດາ​ສ່ວນ​ບຸກ​ຄົນ, ອົງ​ການ​ທີ່ມີ​ການ​ກະ​ທຳ​ໃຫ້​ຂ່າວ​ເສກ​ສັນ​ປັ້ນ​ແຕ່ງ, ບໍໍ່​ຖືກ​ກັບ​ຄວາມ​ຈິງ​ຜ່ານ​ພາ​ຫະ​ນະ​ສື່​​ເອ​ເລັກ​ໂຕ​ນິກ ແມ່ນ​ເນື້ອ​ໃນ​ຊື່ງ​ບັນ​ດາ​ຜູ້​ແທນ​ໄດ້​ຊັກ​ຖາມ​ທ່ານ ເຈືອງ​ມີງ​ຕວນ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ຖະ​ແຫລງ​ຂ່າວ ແລະ ສື່​ສານ​ຫວຽດ​ນາມ. ເ​ພື່ອ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ຂໍ້​ມູນ​ຂ່າວ​ທາງ​ເຄືອ​ຄ່າຍ​ອິນ​ເຕີ​ແນັດ​ຢູ່​ຫວຽດ​ນາມ, ທ່ານ​ລັດ​ຖະ​ມົນ​ຕີ​ເຈືອງ​ມີງ​ຕວນ ໃຫ້​ຮູ້​ວ່າ: ຄຽງ​ຂ້າງ​ການ​ສ້າງກອບ​ກົດ​ໝາຍ​ໃຫ້​ສົມ​ບູນ​ແບບ, ກະ​ຊວງ​ໄດ້​ຍື່ນ​ສ​ະ​ເຫ​ນີ​ຕໍ່​ລັດ​ຖະ​ບານ​ໃຫ້​ສັດ​ຕະ​ຍາ​ບັນ ວາງ​ແຜນ​ກຳ​ນົດ​ການ​ພັດ​ທະ​ນາ​ຄວາມ​ປອດ​ໄພ​ຂໍ້​ມູນ​ຂ່າ​ວ​ສານ​ແຫ່ງ​ຊາດ​ຮອດ​ປີ 2020. ນອກນັ້ນ ທາງ​ກະ​ຊວງກໍ່​ພວມ​ສຳ​ຜັດ​ກັບ​ບັນ​ດາ​ປະ​ເທດ​ທີ່​ໄດ້​ເປັນ​ເຈົ້າ​ການ​ໃນ​ຂົງ​ເຂດເຕັກ​ໂນ​ໂລ​ຊີ​ຄື: ​ອາ​ເມ​ລິ​ກາ, ຈີນ, ອິດ​ສະ​ຣາ​ແອນ, ລັດ​ເຊຍ.. ເພື່ອ​ຮ່ຳ​ຮຽນ​ເອົາ​ບົດ​ຮຽນ.


ຕອບກັບ

ຂ່າວ/ບົດ​ອື່ນ