ຄະນະປະຈຳສະພາແຫ່ງຊາດປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການວັດແທກ ແລະ ແຜນທີ່

(VOVWORLD) -ໂດຍສືບຕໍ່ລາຍການເຮັດວຽກຂອງວາລະປະຊຸມຄັ້ງທີ 14, ຕອນເຊົ້າວັນທີ 12 ກັນຍາ, ຄະນະປະຈຳສະພາແຫ່ງຊາດ ໄດ້ໃຫ້ຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການວັດແທກ ແລະ ແຜນທີ່.

ຄະນະປະຈຳສະພາແຫ່ງຊາດປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການວັດແທກ ແລະ ແຜນທີ່ - ảnh 1(ວາລະປະຊຸມຄັ້ງທີ 14 ສືບຕໍ່ເຮັດວຽກ)

ຕາມໃບຍື່ນສະເໜີຂອງລັດຖະບານ, ເພື່ອຍົກສູງຜົນສັກສິດ, ປະສິດທິຜົນຂອງວຽກງານຄຸ້ມຄອງລັດກ່ຽວກັບການວັດແທກ ແລະ ແຜນທີ່, ການປັບປຸງ, ຍົກລະດັບເອກະສານນິຕິກຳກ່ຽວກັບການເຄື່ອນໄຫວວັດແທກ ແລະ ແຜນທີ່ເຊິ່ງພວມປະກາດໃຊ້ໃນປະຈຸບັນ, ເພີ່ມເຕີມບັນດາຂໍ້ກຳນົດທີ່ຍັງຂາດຢູ່ ເພື່ອກໍ່ສ້າງ ແລະ ປະກາດໃຊ້ກົດໝາຍວ່າດ້ວຍການວັດແທກ ແລະ ແຜນທີ່ ແມ່ນຄວາມຮຽກຮ້ອງອັນຮີບດ່ວນ ແລະ ພຶດຕິກຳທີ່ພາວະວິໄສ. ນີ້ແມ່ນຮ່າງກົດໝາຍທີ່ມີລັກສະນະສະເພາະຂະແໜງ, ກຳນົດບັນດານະໂຍບາຍຂອງລັດສຳລັບການເຄື່ອນໄຫວວັດແທກ ແລະ ແຜນທີ່; ການເຄື່ອນໄຫວວັດແທກ ແລະ ແຜນທີ່ພື້ນຖານ; ວັດແທກ ແລະ ສ້າງແຜນທີ່ກິດຈະກຳໃຕ້ດິນ…

ຕອບກັບ

ຂ່າວ/ບົດ​ອື່ນ