ຄະນະປະຈຳສະພາແຫ່ງຊາດປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍບັດປະຈຳຕົວພົນລະເມືອງ (ສະບັບປັບປຸງ)

(VOVWORLD) - ບັນດາຂໍ້ມູນໃນບັດປະຈຳຕົວພົນລະເມືອງສາມາດນຳໃຊ້ທຽບເທົ່າກັບເອກະສານໂດຍອົງການທີ່ມີໜ້າທີ່ອອກໃຫ້.
ຄະນະປະຈຳສະພາແຫ່ງຊາດປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍບັດປະຈຳຕົວພົນລະເມືອງ (ສະບັບປັບປຸງ) - ảnh 1  ຮ່າງກົດໝາຍດັ່ງກ່າວໄດ້ເພີ່ມເຕີມຂໍ້ກຳນົດກ່ຽວກັບເລື່ອງເພີ່ມບາງຂໍ້ມູນທີ່ມີລັກສະນະປົກກະຕິ
(ພາບປະກອບ: VGP)

        ໂດຍສືບຕໍ່ລາຍການຂອງວາລະປະຊຸມຄັ້ງທີ 25, ມີເນື້ອໃນສຳຄັນທີ່ກອງປະຊຸມໃນວັນທີ 18 ສິງຫາ ແມ່ນ, ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ໄດ້ປະກອບຄຳເຫັນກ່ຽວກັບເລື່ອງອະພິປາຍ, ຮັບເອົາ, ດັດປັບຮ່າງກົດໝາຍວ່າດ້ວຍບັດປະຈຳຕົວພົນລະເມືອງ (ສະບັບປັບປຸງ).

ເມື່ອໃຫ້ຄຳເຫັນກ່ຽວກັບການອະພິປາຍ, ຮັບເອົາ, ປັບປຸງຮ່າງກົດໝາຍວ່າດ້ວຍບັດປະຈຳຕົວພົນລະເມືອງ (ສະບັບປັບປຸງ), ຄະນະປະຈຳສະພາແຫ່ງຊາດ ຖືວ່າ, ຮ່າງກົດໝາຍເພີ່ມເຕີມ, ປັບປຸງສຳລັບເປົ້າໝາຍຜູ້ມີເຊື້ອຊາດ ຫວຽດນາມ ແລະ ຂໍ້ກຳນົດອອກບັດປະຈຳຕົວໃຫ້ເຂົາເຈົ້າແມ່ນຈຳເປັນ, ສອດຄ່ອງກັບຄວາມຮຽກຮ້ອງໃນຕົວຈິງ ແລະ ບໍ່ພິດກັບຂໍ້ກຳນົດຂອງກົດໝາຍທີ່ພວມປະກາດໃຊ້.

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ສະເໜີໃຫ້ບັນດາສະມາຊິກສະພາແຫ່ງຊາດເຮັດແຈ້ງເລື່ອງ ຄວນປ່ຽນຊື່ຂອງຮ່າງກົດໝາຍຫຼືບໍ່. ສະເພາະສຳລັບຜູ້ມີເຊື້ອຊາດ ຫວຽດນາມ, ເຖິງຢ່າງວ່າ ຊື່ເອີ້ນຂອງຮ່າງກົດໝາຍໃນໄລຍະຈະມາເຖິງແມ່ນຄືແນວໃດ ກໍຄວນອອກບັດປະຈຳຕົວໃຫ້ພາກສ່ວນນີ້.

ແລະກໍ່ໃນຕອນບ່າຍວັນດຽວກັນ, ຄະນະປະຈຳສະພາແຫ່ງຊາດໄດ້ປະກອບຄຳເຫັນໃສ່ບາງເນື້ອໃນໃຫຍ່ຂອງຮ່າງກົດໝາຍວ່າດ້ວຍກຳລັງເຂົ້າຮ່ວມການປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຂັ້ນຮາກຖານ.

ກ່ອນໜ້ານັ້ນ, ທີ່ກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ເຊິ່ງຈັດຂຶ້ນໃນເດືອນ ມິຖຸນາ ຜ່ານມາ, ບັນດາສະມາຊິກສະພາແຫ່ງຊາດຖືວ່າ ບັນດາການປ່ຽນແປງໃໝ່ກ່ຽວກັບບັດປະຈຳຕົວພົນລະເມືອງຈະຊຸກຍູ້ການປ່ຽນແປງຮູບແບບຄຸ້ມຄອງບໍລິຫານຂອງລັດ.

ຕອບກັບ

ຂ່າວ/ບົດ​ອື່ນ