ຄະນະປະຈຳສະພາແຫ່ງຊາດຫວຽດນາມປຶກສາຫາລືຮ່າງປະມວນກົດໝາຍແພ່ງ(ສະບັບປັບປຸງ)

ຄະນະປະຈຳສະພາແຫ່ງຊາດຫວຽດນາມປຶກສາຫາລືຮ່າງປະມວນກົດໝາຍແພ່ງ(ສະບັບປັບປຸງ) - ảnh 1
ວາລະ​ປະຊຸມ​ເທື່ອ​ທີ 40 ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ
(ພາບ: internet)

(vovworld) – ​ໂດຍ​ສືບ​ຕໍ່​ວາລະ​ປະຊຸມ​ເທື່ອ​ທີ 40 ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ, ຕອນ​ເຊົ້າ​ວັນ​ທີ 18/8, ບັນດາ​ສະມາຊິກສະພາ​ແຫ່ງ​ຊາດ​ໄດ້​ປຶກສາ​ຫາລື​ ​ບາງ​ບັນຫາ​ທີ່​ຍັງ​ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນ​ຂອງ​ຮ່າງ​ປະມວນ​ກົດໝາຍ​ແພ່ງ (ສະບັບ​ປັບປຸງ). ຜ່ານ​ການ​ປຶກສາ​ຫາລື, ບັນດາ​ສະມາຊິກ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ເຫັນ​ດີ​ເຫັນ​ພ້ອມ​ກັບ​ຫຼາຍເນື້ອ​ໃນທີ່​ໄດ້​ຮັບ​ເອົາຄວາມ​ເຫັນ ​ແລະ ​ປັບປຸງ​ຄື​: ກຳນົດ​ຄວາມ​ຮັບຜິດ​ຊອບຂອງ​ອົງການ​ທີ່​ມີ​ສິດ​ອຳນາດ​ໃນ​ການ​ປົກ​ປັກ​ຮັກສາ​ສິດພົນລະ​ເມືອງ; ​ເວລາ​ກຳນົດ​ກຳມະສິດ, …ກ່ຽວຂ້ອງ​ເຖິງ​ຂໍ້​ກຳນົດ​ກ່ຽວ​ກັບ​ອັດຕາດອກ​ເບ້ຍໃນ​ສັນຍາ​ກູ້​ຢືມ, ຮ່າງ​ປະມວນກົດໝາຍກຳນົດອັດຕາ​ດອກ​ເບ້ຍຕາມ​ຂໍ້​ຕົກລົງ​ບໍ່​ໄດ້​ລື່ນ​ກາຍ 200% ອັດຕາ​ດອກ​ເບ້ຍພື້ນຖານ​ໂດຍ​ທະນາຄານ​ແຫ່ງ​ລັດ​ປະກາດ, ​ເວັ້ນ​ເສຍ​ແຕ່​ກໍລະນີ​ກົດໝາຍ​ອື່ນທີ່​ກ່ຽວຂ້ອງ​ໄດ້​ກຳນົດ​.

        ກ່ຽວ​ກັບ​ເລື່ອງ​ມີ ຫຼື ບໍ່​ມີ​ຂໍ້​ກຳນົດກ່ຽວ​ກັບ​ສິດປ່ຽນ​ເພດ​ໃນ​ກົດ​ໝາຍ​ນີ້, ຄວາມ​ເຫັນ​ສ່ວນ​ຫລາຍ​ຂອງ​ສະມາຊິກ​​ກຳມາ​ທິການ​ກົດໝາຍຖື​ວ່າ: ສິດ​ປ່ຽນ​ເພດ​ແມ່ນ​ສິດຂອງມະນຸດ, ຕ້ອງ​ໄດ້​ຮັບ​ການຮອງ​ຮັບ​ໃນ​ກົດໝາຍ. ​ເພື່ອ​ຮັບປະກັນ​ລັກສະນະ​ລະມັດລະວັງ, ​ເໝາະ​ສົມ, ກຳມາ​ທິການ​ກົດໝາຍ ສະ​ເໜີ​ປັງ​ປຸງ​ເນື້ອ​ໃນ​ນີ້ ຕາມ​ທິດ​ກຳນົດ​ນີ້ແມ່ນ​ສິດຂອງມະນຸດ, ສິດ​ນີ້​ຈະ​ປະຕິບັດ​ຕາມ​ຂໍ້​ກຳນົດ​ຂອງ​ກົດໝາຍ. ບົນ​ພື້ນຖານ​ດັ່ງກ່າວ, ສະພາ​ແຫ່ງ​ຊາດ​ຈະ​ມອບ​ໃຫ້​ອົງການ​​ມີ​ສິດ​ອຳນາດ​ຄົ້ນຄວ້າ, ສະ​ເໜີ​​ເພື່ອ​​ໃຫ້ສະພາ​ແຫ່ງ​ຊາດ​ພິຈາລະນາ, ຕັດສິນ​ບັນ​ຫາ​ນີ້​ ດ້ວຍ​ເອກະສານ​ນິຕິ​ກຳ​.

ຂ່າວ/ບົດ​ອື່ນ