ຄະນະຜູ້ແທນກະຊວງປ້ອງກັນປະເທດລາຊະອານາຈັກໄທ ຢ້ຽມຢາມຫວຽດນາມ
(ທ່ານພົນໂທ ຫງວຽນຈິ໋ວິ້ງ)
(vovworld) - ຕອນບ່າຍວັນທີ 14/05, ທີ່ສຳນັກງານກະຊວງປ້ອງກັນປະເທດ, ຄະນະຜູ້ແທນທະຫານຂັ້ນສູງຫວຽດນາມ ໂດຍພົນໂທ ຫງວຽນຈິ໋ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເປັນຫົວໜ້າຄະນະ, ໄດ້ມີການເຈລະຈາກັບຄະນະຜູ້ແທນທະຫານຂັ້ນສູງກະຊວງປ້ອງກັນປະເທດໄທ ໂດຍທ່ານພົນເອກ ທະນົງສັກ ອະພິຣັດໂຢທີນ ເລຂາທິການຜູ້ປະຈຳການກະຊວງປ້ອງກັນປະເທດເປັນຫົວໜ້າຄະນະ. ພົນໂທ ຫງວຽນຈິ໋ວິ້ງ ໄດ້ຕີລາຄາສູງໝາກຜົນແຫ່ງການຮ່ວມມືດ້ານປ້ອງກັນຊາດລະຫວ່າງ 2 ປະເທດໃນໄລຍະຜ່ານມາ ແລະ ເຊື່ອໝັ້ນວ່າ ການຢ້ຽມຢາມຂອງຄະນະຜູ້ແທນຈະເປີດແງ່ຫວັງໃໝ່ຫຼາຍຢ່າງກ່ຽວກັບການຮ່ວມມືປ້ອງກັນຊາດ, ຈາກນັ້ນປະກອບສ່ວນສ້າງການພົວພັນຄູ່ຮ່ວມມືຍຸດທະສາດເຊິ່ງ 2 ປະເທດ ພວມມຸ້ງໄປເຖິງ. ພົນໂທ ຫງວຽນຈິ໋ວິ້ງ ແລະ ພົນເອກ ທະນົງສັກ ອະພິຣັດໂຢທີນ ໄດ້ເປັນເອກະພາບນຳກັນວ່າ, ໃນໄລຍະຈະມາເຖິງ, ກອງທັບ 2 ປະເທດຈະສືບຕໍ່ເພີ່ມທະວີການຮ່ວມມືກວ່າອີກໃນບັນດາຂົງເຂດແລກປ່ຽນຄະນະຜູ້ແທນຂັ້ນສູງທຸກຂັ້ນ, ບຳລຸງສ້າງ, ລາດຕາເວນຮ່ວມບົນທະເລ, ຊອກຫາກູ້ໄພກູ້ຊີບ ແລະ ບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ປະກອບສ່ວນປັບປຸງການພົວພັນຮ່ວມມືມິດຕະພາບອັນດີງາມລະຫວ່າງທອງທັບ ແລະ ປະຊາສົນ 2 ປະເທດໃຫ້ນັບມື້ນັບພັດທະນາ.