ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດຫວຽດນາມ ຢ້ຽມຢາມລາວ
ທ່ານພົນເອກ ຟຸ່ງກວາງແທງ
ແລະ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດລາວ ດວງໃຈ ພິຈິດ
(ພາບ: Vietnam+)
(vovworld) - ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດຫວຽດນາມ, ໂດຍທ່ານພົນເອກ ຟຸ່ງກວາງແທງ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ນຳໜ້າ, ໄດ້ມີການຢ້ຽມຢາມມິດຕະພາບລາວ ໃນລະຫວ່າງວັນທີ 05 – 07/01, ຕາມຄຳເຊີນຂອງທ່ານລັດຖະມົນຕີກະຊວງປ້ອງກັນປະເທດລາວ ດວງໃຈ ພິຈິດ. ຕອນເຊົ້າວັນທີ 06/01, ພາຍຫຼັງພິທີຕ້ອນຮັບຢູ່ກະຊວງປ້ອງກັນປະເທດລາວ ຢ່າງເປັນທາງການ. ໃນການເຈລະຈາລະຫວ່າງລັດຖະມົນຕີ 2 ທ່ານ, ທ່ານລັດຖະມົນຕີ ຟຸ່ງກວາງແທງ ຢືນຢັນວ່າ, ພັກ, ລັດ, ປະຊາຊົນ ແລະ ກອງທັບຫວຽດນາມ ສະເໝີຕົ້ນສະເໝີປາຍພ້ອມກັບພັກ, ລັດ, ປະຊາຊົນ ແລະ ກອງທັບປະຊາຊົນລາວ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອເພີ່ມພູນຄູນສ້າງ ແລະ ພັດທະນາສາຍພົວພັນແບບພິເສດລະຫວ່າງ 2 ປະເທດ, ປະກອບສ່ວນປົກປັກຮັກສາສັນຕິພາບ, ຄວາມໝັ້ນຄົງໃນພາກພື້ນ ແລະ ຢູ່ໃນໂລກ. ລັດຖະມົນຕີທັງ 2 ທ່ານ ໄດ້ສະແດງຄວາມເພິ່ງພໍໃຈຕໍ່ໝາກຜົນແຫ່ງການຮ່ວມມືອັນແທດຈິງໃນຫຼາຍຂົງເຂດລະຫວ່າງກອງທັບ 2 ປະເທດໃນໄລຍະຜ່ານມາ ແລະ ເຫັນດີນຳກັນຖືວ່າ ໃນໄລຍະຈະມາເຖິງ 2 ຝ່າຍຈະສືບຕໍ່ເພີ່ມທະວີການຮ່ວມມືຢ່າງເລິກເຊິ່ງໃນບັນດາຂົງເຂດຄື: ການບຳລຸງສ້າງ, ແລກປ່ຽນບົດຮຽນດ້ານຂໍ້ມູນ, ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ສົມທົບກັນຍູ້ແຮງວຽກງານຊອກຫາ, ທ້ອນໂຮມ, ນຳອັດຖິທະຫານອາສາສະໝັກ ແລະ ຜູ້ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດຢູ່ລາວ ຜ່ານໄລຍະຕ່າງໆກັບເມື່ອປະເທດ.
ເນື່ອງໃນໂອກາດນີ້, 2 ຝ່າຍໄດ້ລົງນາມໃນແຜນການຮ່ວມມືປີ 2014.