ຄະນະຜູ້ແທນຄະນະສາສະໜາລັດຖະບານຫວຽດນາມ ຢ້ຽມຢາມ ລາວ

ຄະນະຜູ້ແທນຄະນະສາສະໜາລັດຖະບານຫວຽດນາມ ຢ້ຽມຢາມ ລາວ - ảnh 1
(ພາບປະກອບ)

(vovworld) -     ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ຄະນະ​ກຳມະການ​ສູນ​ກາງແນວ​ລາວ ​ສ້າງຊາດ, ຄະນະ​ຜູ້​ແທນ​ຄະນະ​ສາສະໜາ​ລັດຖະບານ​ຫວຽດນາມ ໂດຍທ່ານດຣ ຫງວຽນ​ແທງ​ຊວນ, ຮອງ​ຫົວໜ້າຄະນະ​ປະຈຳ​ເປັນ​ຫົວ​ນ້າ​ຄະນະ​ໄດ້​​ໄປຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ລາວ ​ໃນ​ລະຫວ່າງ​ວັນ​ທີ 25/11 – 1/12. ຕອນ​ບ່າຍ​ວັນ​ທີ 25/11, ຢູ່​ວຽງ​ຈັນ, ຄະນະ​ຜູ້​ແທນ​​ໄດ້​ມີ​ການ​ເຈລະຈາ​ກັບ​ຄະນະ​ຜູ້​ແທນ​ຄະນະ​ກຳມະການ​ສູນ​ກາງແນວ​ລາວ ​ສ້າງຊາດ ​ໂດຍ​ທ່ານຮອງປະທານ ສູນກາງແນວລາວສ້າງຊາດ ​ແກ່ນ​ຕາ ກອງ​ບຸນ​ມີ ນຳ​ໜ້າ. ສອງ​ຝ່າຍ​ໄດ້​ແຈ້ງ​ໃຫ້​ກັນຊາ​ບ ກ່ຽວ​ກັບ​ສະພາບ​ການ​ສາສະໜາ​ຂອງ​ແຕ່ລະ​ປະ​ເທດ; ສຳ​ຫຼວດກວດຄືນໝາກຜົນ​​ແຫ່ງການ​ຮ່ວມ​ມື​ແຕ່​ປີ 2007 ມາ​ຮອດ​ປະຈຸ​ບັນ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ສອງ​ຝ່າຍ​ສືບ​ຕໍ່​ເພີ່ມ​ທະວີ​ການ​ພົບ​ປະ​ແລກປ່ຽນ, ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການ​ສຶກສາ, ​ແລກປ່ຽນ​ບົດຮຽນ, ປັງ​ປຸງ​ຮ່າງ​ຂໍ້​ຕົກລົງ​ຮ່ວມ​ມື​ໃຫ້​ສຳ​ເລັດ​ເພື່ອ​ຍືນ​ສະ​ເໜີ​ຕໍ່ລັດຖະບານ​ສອງ​ປະ​ເທດ​… ​ເປັນ​ເຈົ້າ​ການ​ສົມ​ທັບ​ກັນ​ຍົກ​ສູງ​ຄຸນ​ນະພາ​ບ​ວຽກ​ງານສະຫຼຸບການ​ຄົ້ນຄວ້າ, ຕີ​ລາຄາ​ສະພາບ​ສາສະໜາ, ຄາ​ດຄະ​ເນ​​ທ່າ​ອ່ຽງສາສະໜາ ​ຈາກ​ນັ້ນ​ເປັນ​ເສນາ​ທິການ​ເພື່ອສະ​ເໜີ​ຕໍ່​ພັກ, ລັດ ສອງ​ປະ​ເທດ ວາງ​ແຜນ​ນະ​ໂຍບາຍ, ​ແນວທາງ​ໃຫ້​​ແທດ​ເໝາະ​ກັບ​ສະພາບ​ການ​ໃໝ່, ປະກອບສ່ວນ​ຕອບ​ສະໜອງ​ປີ​ສາມັກຄີ​ມິດຕະພາບ​ຫວຽດນາມ - ລາວ, ລາວ - ຫວຽດນາມ 2012.

ຂ່າວ/ບົດ​ອື່ນ