( ພາບ: baomoi.com )
|
( vovworld ) - ຕອນເຊົ້າວັນທີ 13/3, ຄະນະຜູ້ແທນເສດຖະກິດລາຊະອານາຈັກແບນຊິກ ໂດຍອົງມົງກຸດລາຊະກຸມມານ Philippe ນຳໜ້າ ໄດ້ມີການເຮັດວຽກກັບກະຊວງຄົມມະນາຄົມຂົນສົ່ງຫວຽດນາມ. ສອງຝ່າຍໄດ້ແລກປ່ຽນ ແລະ ເຫັນດີເປັນເອກະພາບຈະຮ່ວມມືໃນບາງຂົງເຂດກ່ຽວກັບຄົມມະນາຄົມຂົງສົ່ງໃນໄລຍະທີ່ຈະມາເຖິງ. ທີ່ການເຮັດວຽກ, ທ່ານລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງ ດິງລາທັງ ໄດ້ສະເໜີໃຫ້ລັດຖະບານ, ບັນດາວິສາຫະກິດຂອງແບນຊິກ ສືບຕໍ່ຮ່ວມມື, ຊ່ວຍເຫຼືອຫວຽດນາມ ທາງດ້ານຄົມມະນາຄົມຂົມສົ່ງ, ພິເສດແມ່ນໃນຂົງເຂດຂຸດຄົ້ນ, ຄຸ້ມຄອງນຳໃຊ້ທ່າກໍ່າປັ່ນທະເລ, ລະບົບlogistic, ພັດທະນາເສັ້ນທາງລົດໄພຄວາມໄວສູງ ແລະ ສະໜາມບິນ, ເຊິ່ງແມ່ນທ່າແຮງຂອງແບນຊິກ.
ອົງມົງກຸດລາຊະກຸມມານແບນຊິກ ໃຫ້ຮູ້ວ່າ, ໃນໄລຍະທີ່ຈະມາເຖິງ, ແບນຊິກຈະສືບຕໍ່ສະຫງວນບັນດາບຸລິມະສິດກ່ຽວກັບແຫຼ່ງທຶນ ODA ໃຫ້ແກ່ຫວຽດນາມ, ໂດຍສະເພາະແມ່ນແຫຼ່ງທຶນໃຫ້ບັນດາໂຄງການຄົມມະນາຄົມ; ຊ່ວຍເຫຼືອຂະແໜງຄົມມະນາຄົມຂອງຫວຽດນາມ ກ່ຽວກັບການບຳລຸງສ້າງພະນັກງານເຕັກນິກຄຸ້ມຄອງ, ນຳໃຊ້, ຂຸດຄົ້ນທ່າກໍ່າປັ່ນ, ການບິນ ແລະ ການບໍລິການ logistic. ແລະກໍ່ໃນປີ 2012 ນີ້, ແບນຊິກ ຈະຍູ້ແຮງການຜັນຂະຫຍາຍສອງໂຄງການທ່າກໍ່າປັ່ນເຊິ່ງໄດ້ຮັບການລົງນາມຮ່ວມມືຄື ທ່າກໍ່າປັ່ນ ແລກຫ້ວຽນ ຢູ່ນະຄອນຫາຍຟ່ອງ ແລະ ທ່າກໍ່າປັ່ນ ຊ່ວາຍຣາບ ຢູ່ແຂວງຕ່ຽນຢາງ.