ຄະນະຜູ້ແທນສະຖາບັນ ການເມືອງ, ການປົກຄອງແຫ່ງຊາດ ລາວ ຢ້ຽມຢາມຫວຽດນາມ

ຄະນະຜູ້ແທນສະຖາບັນ ການເມືອງ, ການປົກຄອງແຫ່ງຊາດ ລາວ ຢ້ຽມຢາມຫວຽດນາມ - ảnh 1
ທ່ານ ດິງ​ເທ໋ຮີນ, ກຳມະການ​ກົມ​ການ​ເມືອງ, ​ເລ​ຂາ​ສູນ​ກາງ​ພັກ
ຕ້ອນຮັບ​ຄະນະ​ຜູ້​ແທນສະ​ຖາ​ບັນ​ການ​ເມືອງ, ການ​ປົກຄອງ​ແຫ່ງ​ຊາດ​ລາວ
(ພາບ: TTXVN)


(vovworld) - ຕອນ​ບ່າຍ​ວັນ​ທີ 18/11, ຢູ່​ຮ່າ​ໂນ້ຍ, ທ່ານ ດິງ​ເທ໋ຮີນ, ກຳມະການ​ກົມ​ການ​ເມືອງ, ​ເລ​ຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ, ປະທານ​ສະພາ​ທິດ​ສະ​ດີ​ສູນ​ກາງ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນສະ​ຖາ​ບັນ​ການ​ເມືອງ, ການ​ປົກຄອງ​ແຫ່ງ​ຊາດ​ລາວ ​ໂດຍ​ທ່ານ​ສາດສະດາຈານ, ດຣ ກິ​ແກ້ວ ​ໄຂ​ຄຳ​ພິທູນ, ກຳມະກາ​ນສູນ​ກາງ​ພັກ​ປະຊາ​ຊົນ​ປະຕິວັດ​ລາວ, ຫົວໜ້າ​ສະ​ຖາ​ບັນ​​ ເປັນ​ຫົວໜ້າ​ຄະນະພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທ່ານ ດິງ​ເທ໋ຮີນ ຕີ​ລາຄາ​ສູງ​ຄວາມ​ໝາຍ ​ແລະ ໝາກຜົນ​ການ​ຢ້ຽມຢາມ​ຫວຽດນາມ, ​ເຮັດ​ວຽກ​ຂອງ​ຄະນະ​ຜູ້​ແທນ​ລາວ ຄັ້ງ​ນີ້ ກໍ່​ຄື​ໝາກຜົນ​ການ​ຮ່ວມ​ມື 2 ຝ່າຍ ​ແລະ ການ​ສົມທົບ​ກັນ​ຢ່າງ​ມີ​ປະສິດ​ທິຜົນລະຫວ່າງ 2 ສະ​ຖາ​ບັນ ​ໃນ​ໄລຍະ​ຜ່ານ​ມາ; ຢືນຢັນ​ວ່າ ຫວຽດນາມ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື​່ອຮັກສາ, ພັດທະນາ​ການ​ພົວພັນ​ສາມັກຄີ​ແບບ​ພິ​ເສດ​ລະຫວ່າງ​ຫວຽດນາມ - ລາວ.

        ​ແລະກໍ່​ໃນ​ວັນ​ດຽວກັນ, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະ​ຖາ​ບັນ​ການ​ເມືອງ​ການ​ປົກຄອງ​ແຫ່ງ​ຊາດ​ໂຮ່ຈິ​ມິນ ​ໂດຍ​ທ່ານ​ສາດສະດາຈານ, ດຣ ຕ້າຫງ​ອກ​ເຕີນ, ກຳມະການ​ສູນ​ກາງ​ພັກ, ຫົວໜ້າ​ສະ​ຖາ​ບັນ ​ໄດ້​ມີ​ການ​ເຈລະຈາ​ກັບ​ຄະນະ​ຜູ​້​ແທນຂັ້ນ​ສູງ​ສະ​ຖາ​ບັນ​ການ​ເມືອງ​ການ​ປົກຄອງ​ລາວ, ພາຍຫຼັງ​ການ​ເຈລະຈາ, 2 ຝ່າຍ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າ​ງ 2 ສະ​ຖາ​ບັນ​ໄລຍະ 2014 – 2018.

ຂ່າວ/ບົດ​ອື່ນ