ຄະນະຜູ້ແທນສະມາຄົມ ນັກຮົບເກົ່າຫວຽດນາມ ຢ້ຽມຢາມລາວ
ທ່ານຮອງປະທານປະເທດລາວ ບຸນຍັງ ວໍລະຈິດ
ຕ້ອນຮັບຄະນະຜູ້ແທນສະມາຄົມນັກຮົບເກົ່າຫວຽດນາມ
(ພາບ: vietnamplus.vn)
(vovworld) - ຕອນບ່າຍວັນທີ 05 ພະຈິກ, ຢູ່ນະຄອນຫຼວງວຽງຈັນ, ທ່ານຮອງປະທານປະເທດລາວ ບຸນຍັງ ວໍລະຈິດ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສະມາຄົມນັກຮົບເກົ່າຫວຽດນາມ ໂດຍພົນໂທ ຫງວຽນວັນເດືອກ, ປະທານສະມາຄົມນຳໜ້າ. ທີ່ການຕ້ອນຮັບ, ທ່ານຮອງປະທານປະເທດ ບຸນຍັງ ວໍລະຈິດ ເນັ້ນໜັກວ່າ ໃນຊຸມປີຜ່ານມາ, 2 ສະມາຄົມນັກຮົບເກົ່າ ລາວ ແລະ ຫວຽດນາມ ໄດ້ເສີມຂະຫຍາຍບົດບາດຂອງຕົນ, ປະກອບສ່ວນ ຢ່າງຕັ້ງໜ້າ ເຂົ້າໃນວິກິດການສ້າງສາປະເທດ, ສຶກສາລຸ້ນລູກຫຼານເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບສາຍພົວພັນແບບພິເສດລະຫວ່າງ 2 ປະເທດ. ທ່ານຮອງປະທານປະເທດ ບຸນຍັງ ວໍລະຈິດ ປາດຖະໜາວ່າ 2 ສະມາຄົມຈະເພີ່ມທະວີການຮ່ວມມື, ແບ່ງປັນບົດຮຽນພ້ອມກັບທຸກຂັ້ນ, ທຸກຂະແໜງການ ຕັ້ງໜ້າເຂົ້າຮ່ວມວຽກງານລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ປະກອບສ່ວນສ້າງສາ ແລະ ເພີ່ມພູນຄຸນສ້າງສາຍພົບພັນແບບພິເສດລະຫວ່າງຫວຽດນາມ - ລາວ.