ຄະນະລັດຖະບານ ສີລັງກາ ສາບານຕົວຮັບດຳລົງຕຳແຫນ່ງ

(VOVWORLD) -ວິກິດການເງິນຕາຕ່າງປະເທດ ພ້ອມກັບໂລກລະບາດໂຄວິດ 19 ໄດ້ເຮັດໃຫ້ ສີລັງກາ ຕົກເຂົ້າສູ່ສະພາບຂາດໄຟຟ້າທີ່ແກ່ຍາວ ແລະ ໄພເງິນເຟີ້ເພີ່ມຂຶ້ນຢ່າງແຮງ. 
ຄະນະລັດຖະບານ ສີລັງກາ ສາບານຕົວຮັບດຳລົງຕຳແຫນ່ງ - ảnh 1ທ່ານ Dinesh Gunawardena ນາຍົກລັດຖະມົນຕີ ສີລັງກາ ພ້ອມກັບ ລັດຖະມົນຕີ 17 ທ່ານ ໄດ້ເຂົ້າພິທີສາບານຕົວຮັບດຳລົງຕຳແຫນ່ງໂດຍເປັນກຽດຊ້ອງຫນ້າຂອງທ່ານປະທານາທິບໍດີຄົນໃຫມ່ Ranil Wickremesinghe. (ພາບ: AFP/TTXVN)

ວັນທີ 22 ກໍລະກົດ, ທ່ານ Dinesh Gunawardena ນາຍົກລັດຖະມົນຕີ ສີລັງກາ ພ້ອມກັບ ລັດຖະມົນຕີ 17 ທ່ານ ໄດ້ເຂົ້າພິທີສາບານຕົວຮັບດຳລົງຕຳແຫນ່ງໂດຍເປັນກຽດຊ້ອງຫນ້າຂອງທ່ານປະທານາທິບໍດີຄົນໃຫມ່ Ranil Wickremesinghe. ຫ້ອງວ່າການປະທານາທິບໍດີໃຫ້ຮູ້ວ່າ: ບັນຊີລາຍຊື່ໃນຄະນະລັດຖະບານໃຫມ່ ມີທ່ານ Ali Sabry, ລັດຖະມົນຕີການຕ່າງປະເທດ, ທ່ານ Harin Fernando ລັດຖະມົນຕີການທ່ອງທ່ຽວ ແລະ ເຄຫາສະຖານ, ທ່ານ Nalin Fernando, ລັດຖະມົນຕີການຄ້າ ແລະ ຄ້ຳປະກັນດ້ານສະບຽງອາຫານ ແລະ ທ່ານ Kanchana Wijesekera ລັດຖະມົນຕີໄຟຟ້າ ແລະ ພະລັງງານ.

ວິກິດການເງິນຕາຕ່າງປະເທດ ພ້ອມກັບໂລກລະບາດໂຄວິດ 19 ໄດ້ເຮັດໃຫ້ ສີລັງກາ ຕົກເຂົ້າສູ່ສະພາບຂາດໄຟຟ້າທີ່ແກ່ຍາວ ແລະ ໄພເງິນເຟີ້ເພີ່ມຂຶ້ນຢ່າງແຮງ. ປະເທດນີ້ ຂາດແຄນສະບຽງອາຫານ, ເຊື້ອເພງ ແລະ ຢຸກຢາກໍ່ຂາດເຂີນໃນຫລາຍເດືອນ. ຕາມກອງທຶນເງິນຕາສາກົນ, ສີລັງກາ ພວມກູ້ຢຶມ 14 ຕື້  USD ຈາກຫລາຍປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ