ຄະນະສະມາຊິກສະພາແຫ່ງຊາດມິດຕະພາບຫວຽດນາມຢ້ຽມຢາມລາຊະອານາຈັກອັງກິດ
ຄະນະສະມາຊິກສະພາແຫ່ງຊາດມິດຕະພາບຫວຽດນາມຢ້ຽມຢາມລາຊະອານາຈັກອັງກິດ
(ພາບ: baotintuc.vn)
(vovworld) – ໃນລະຫວ່າງວັນທີ 14 – 19/12, ຄະນະສະມາຊິກສະພາແຫ່ງຊາດມິດຕະພາບ ຫວຽດນາມ - ອັງກິດ ໂດຍທ່ານ ຫງວຽນວັນເຢົ່າ, ຫົວໜ້າກຳມາທິການເສດຖະກິດຂອງ ສະພາແຫ່ງຊາດ, ປະທານກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບ ຫວຽດນາມ - ອັງກິດ, ນຳໜ້າໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ລາຊະອານາຈັກ ອັງກິດ ເພື່ອແນໃສ່ຊຸກຍູ້ການພົວພັນຮ່ວມມືມິດຕະພາບລະຫວ່າງສະມາຊິກສະພາແຫ່ງຊາດ 2 ປະເທດ.
ທີ່ການຕ້ອນຮັບຢູ່ສຳນັກງານສະພາແຫ່ງຊາດ ອັງກິດ ໃນວັນທີ 17/12, ທ່ານສະມາຊິກສະພາແຫ່ງຊາດ George Howarth, ປະທານກຸ່ມບັນດາສະມາຊິກສະພາແຫ່ງຊາດ ອັງກິດ ເອົາໃຈໃສ່ເຖິງ ຫວຽດນາມ, ຢັ້ງຢືນວ່າກຸ່ມບັນດາສະມາຊິກສະພາແຫ່ງຊາດລະຫວ່າງພັກເອົາໃຈໃສ່ເຖິງ ຫວຽດນາມ ຈະສືບຕໍ່ຊຸກຍູ້ລັດຖະບານ ອັງກິດ ເພີ່ມທະວີການພົວພັນກັບ ຫວຽດນາມ, ພິເສດແມ່ນມີສຽງເວົ້າສະໜັບສະໜູນ ຫວຽດນາມ ໃນບັນດາບັນຫາຄືທະເລຕາເວັນອອກ, ຄວາມປອດໄພການເດີນເຮືອ… ທ່ານກໍ່ໃຫ້ຄຳໝັ້ນສັນຍາສະໜັບສະໜູນ ຫວຽດນາມ ຢູ່ລັດຖະສະພາ ເອີລົບ ແລະ ປາດຖະໜາວ່າ ຫວຽດນາມ ກໍ່ມີສຽງເວົ້າຕັ້ງໜ້າສະໜັບສະໜູນ ອັງກິດໃນບັນດາບັນຫາສາກົນ.
ສ່ວນທ່ານ ຫງວຽນວັນເຢົາ ຢັ້ງຢືນວ່າ: ກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບ ຫວຽດນາມ - ອັງກິດ ຫາກໍ່ໄດ້ຮັບການສ້າງຕັ້ງຈະມານະພະຍາຍາມຈົນສຸດຄວາມສາມາດເພື່ອປະກອບສ່ວນພ້ອມກັບກຸ່ມບັນດາສະມາຊິກສະພາແຫ່ງຊາດ ອັງກິດ ເອົາໃຈໃສ່ເຖິງຫວຽດນາມ ຊຸກຍູ້ການພົວພັນລະຫວ່າງ 2 ປະເທດ.