ຄະນະເລຂາສູນກາງພັກ ເຮັດວຽກກ່ຽວກັບໂຄງ ການກໍ່ສ້າງຊົນນະບົດໃໝ່

ຄະນະເລຂາສູນກາງພັກ ເຮັດວຽກກ່ຽວກັບໂຄງ ການກໍ່ສ້າງຊົນນະບົດໃໝ່ - ảnh 1
ພາບປະກອບ

(vovworld) - ຕອນ​ເຊົ້າ​ວັນ​ທີ 20/3, ຄະນະ​ເລຂາ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ​​ໄດ້​ມີ​ການເຮັດ​ວຽກ​ກັບ​ຄະນະ​ຊີ້​ນຳ​ໂຄງການ​ກໍ່ສ້າງ​ທົດ​ລອງ​ຮູບ​ແບບ​ຊົນນະບົດ​ໃໝ່, ຮັບ​ຟັງ​ໝາກຜົນ​ແຫ່ງ​ການ​ປະຕິບັດ​ໂຄງການ​ໄລຍະ 2009 – 2011. ທ່ານ ຫງວຽນ​ຟູ໋ຈ້ອງ, ​ເລຂາທິການ​ໃຫຍ່ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ, ທ່ານ ​ເລ​ຮົ່ງ​​ແອ​ງ, ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳການ​ຄະນະ​ເລຂາ ​ເປັນ​ປະທານ​ການ​ເຮັດ​ວຽກ. ​ເຂົ້າ​ຮ່ວມ​ການ​ເຮັດ​ວຽກ​ມີ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ, ຫົວໜ້າ​ຄະນະ​ຊີ້​ນຳ​ໂຄງການ​ກໍ່ສ້າງ​ທົດ​ລອງ​ຊົນນະບົດ​​ໃໝ່​ສູນ​ກາງ. ຕາມ​ບົດ​ລາຍ​ງານ​ແລ້ວ, ພາຍຫຼັງ 3 ປີ​ຜັນ​ຂະຫຍາຍ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່, ບັນດາ​ເນື້ອ​ໃນ​ກໍ່ສ້າງ​ຊົນນະບົດ​ໃໝ່​ລ້ວນ​ແຕ່​ໄດ້​ຮັບ​ການ​ຜັນ​ຂະຫຍາຍ ​ແລະ ບັນລຸ​ໄດ້​ຄວາມ​ຕ້ອງການ​ທີ່​ໄດ້ວາງ​ອອກ​ໂດຍ​ພື້ນຖານ. ມາ​ຮອດ​ປະຈຸ​ບັນ, ມີ 8 ​ໃນຈຳນວນ 11 ຕາ​ແສງ​ປະຕິບັດທົດ​ລອງ​​ໄດ້​ສຳ​ເລັດ​ບັນດາມາ​ດຕະຖານກ່ຽວ​ກັບ​ພື້ນຖານ​ໂຄງ​ລ່າງ​ໂດຍ​ພື້ນຖານ, ​ເຮ​ັດ​ໃຫ້​ສົມ​ໜ້າ​ຊົນ​ນະ​ບົດມີ​ການ​ປ່ຽນ​ແປງ​ຢ່າງ​ຈະ​ແຈ້ງ ​ແລະ ມີ​ການກະທົບ​ໂດຍ​ກົງ​ເຖິງ​ການ​ພັດທະນາ​ເສດຖະກິດ, ປັບປຸງ ​ແລະ ຍົກ​ສູງ​ຄຸນ​ນະພາ​ບຊີ​ວິດ​ການ​ເປ​ັນຢູ່​ຂອງ​ປະຊາຊົນ. ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ເນັ້ນ​ໜັກ​ວ່າ:

“ອາດ​ເວົ້າ​ໄດ້​ວ່າ, ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ແມ່ນ​ດີ​ຫຼາຍ. ​​ໄລຍະຜ່ານ​ມາ, ​ພວກເຮົາ​ສຸ​ມ​ໃສ່​ກໍ່ສ້າງ​ຊົນນະບົດ​ໃໝ່, ແມ່ນ​ຖືກ​ຕ້ອງແລ້ວ ​​ແຕ່ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ລັກສະ​ນະ​ຮອບ​ດ້ານ​ໃນ​ວິວັດ​ການ​ປະຕິບັດ. ທີ່ 2 ​ແມ່ນ: ​ເພື່ອ​​ກໍ່ສ້າງ​ຊົນນະບົດ​ໃໝ່​ໃຫ້​ໄດ້​ນັ້ນ​ຄວນ​ສືບ​ຕໍ່​ເພີ່ມ​​ເຕີມ, ສ້າງ​ສຳ​ເລັດ, ຫັນ​​ເປັນ​ລະອຽດ​ບັນດາ​ມາດຕະຖານ​ຮູບ​ແບບ​ຊົນນະບົດ​ໃໝ່​ລວມ ​ແລະ ​ໃຫ້​ແກ່​ແຕ່ລະ​ເຂດ ​ແລະ ກຳນົດ​ມາ​ຕະຖານ​​ໃດແມ່ນ​ມີ​ຄວາມຈຳ​ເປັນ. ​ແຕ່​ຕ້ອງ​ເອົາ​ໃຈ​ໃສ່​ວ່າ: ຊົນນະບົດ​ພວມ​ມຸ້ງ​ໄປ​ເຖິງ​ການ​ຫັນ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ, ພ້ອມ​ທັງຕ້ອງ​ຮັກສາ​ສີສັນ​ວັດທະນະທຳ​ຂອງ​​ແຕ່ລະ​ເຂດໄວ້​ໄດ້, ​ເສີມ​ຂະຫຍາຍ​ລະບົບ​ການ​ເມືອງ​ຂັ້ນຮາກ​ຖານ, ລະຫວ່າງ​ການ​ຊື້ນຳ​ນຳພາ​ຂອງຄະນະ​ພັກທຸກ​ຂັ້ນ ​ແລະ ບົດບາດ​​ເປັນ​ເຈົ້າ​ຂອງ​ປະຊາຊົນ​ກ່ວາ​ອີກ”

ຂ່າວ/ບົດ​ອື່ນ