ຄະນະໂຄສະນາສຶກສາບັນດາທ້ອງຖິ່ນເປັນເຈົ້າການໃນວຽກງານເສນາທິການ

(VOVWORLD) - ຕອນເຊົ້າວັນທີ 23 ມິຖຸນາ, ທີ່ນະຄອນ ຕູຍຮ່ວາ, ແຂວງ ຟູ໋ອຽນ, ຄະນະໂຄສະນາສຶກສາສູນກາງ ຫວຽດນາມ ຈັດຕັ້ງກອງປະຊຸມແລກປ່ຽນວຽກງານໂຄສະນາສຶກສາ 6 ເດືອນຕົ້ນປີ 2017 ກັບບັນດາຄະນະພັກແຂວງ, ຄະນະພັກນະຄອນພາກກາງ - ໄຕງວຽນ. ທ່ານ ຫວໍວັນເຖືອງ, ຫົວໜ້າຄະນະໂຄສະນາສຶກສາສູນກາງເຂົ້າຮ່ວມ ແລະ ຊີ້ນຳກອງປະຊຸມ.
ຄະນະໂຄສະນາສຶກສາບັນດາທ້ອງຖິ່ນເປັນເຈົ້າການໃນວຽກງານເສນາທິການ - ảnh 1 ທ່ານ ຫວໍວັນເຖືອງ, ຫົວໜ້າຄະນະໂຄສະນາສຶກສາສູນກາງ (ພາບ: ດິງຕັງ)

        ໃນ 6 ເດືອນຕົ້ນປີ 2017, ຄະນະໂຄສະນາສຶກສາບັນດາຄະນະພັກແຂວງ, ຄະນະພັກນະຄອນໃນເຂດພາກກາງ - ໄຕງວຽນ ໄດ້ສຳເລັດບັນດາເນື້ອໃນວຽກງານທີ່ວາງອອກປັນຢ່າງດີ. ຄະນະໂຄສະນາບັນດາແຂວງ, ນະຄອນມີບັນດາວິທີໃໝ່, ມີຫົວຄິດປະດິດສ້າງໃນການຜັນຂະຫຍາຍການປະຕິບັດຄຳສັ່ງຂອງກົມການເມືອງ “ຍູ້ແຮງການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດ ໂຮ່ຈີມິນ” ຕິດພັນກັບການປະຕິບັດມະຕິສູນກາງ 4 ກ່ຽວກັບ “ເພີ່ມທະວີການກໍ່ສ້າງ, ປັບປຸງພັກ, ສະກັດກັ້ນ, ຍູ້ຄວາມເສຍທາດຂາດຄຸນກ່ຽວກັບແນວຄິດການເມືອງ, ຄຸນສົມບັດ, ວິຖີຊີວິດ, ບັນດາປະກົດການ “ຜັນແປເອງ”, “ຫັນປ່ຽນເອງ” ຢູ່ພາຍໃນ ໃຫ້ຖອຍໄປ”…ຜ່ານນັ້ນ ປະກອບສ່ວນຫັນປ່ຽນກິລິຍາທ່າທາງ, ວິຖີເຮັດວຽກ, ສະຕິປະຕິບັດກົດລະບຽບຂໍ້ບັງຄັບ, ກົດວິໄນຂອງພະນັກງານ, ສະມາຊິກພັກ. ທ່ານ ຫວໍວັນເຖືອງ ສະເໜີຄະນະໂຄສະນາສຶກສາບັນດາແຂວງ, ນະຄອນຄວນເປັນເຈົ້າການກຳແໜ້ນສະພາບການ ແລະ ເປັນເສນທິການໃຫ້ການນຳບັນດາທ້ອງຖິ່ນໃນວຽກງານຊີ້ນຳນຳພາ, ບໍລິຫານຢ່າງທັນການ.

ຕອບກັບ

ຂ່າວ/ບົດ​ອື່ນ