ຄະນະໂຄສະນາສຶກສາສູນກາງ ສະຫລຸບວຽກງານ 6 ເດືອນຕົ້ນປີ

(VOVWORLD) - ບົດລາຍງານທີ່ກອງປະຊຸມສະແດງໃຫ້ເຫັນວ່າ, ໃນ 6 ເດືອນຜ່ານມາ, ຍາມໃດຄະນະໂຄສະນາສຶກສາສູນກາງ ພັກກໍ່ຍູ້ແຮງການປ່ຽນໃໝ່ເນື້ອໃນ, ວິທີການປະຕິບັດງານດ້ວຍນ້ຳໃຈເດັດຂາດ, ຮີບດ່ວນ, ເຂັ້ມງວດ, ມີຄວາມຮັບຜິດຊອບສູງ
ຄະນະໂຄສະນາສຶກສາສູນກາງ ສະຫລຸບວຽກງານ 6 ເດືອນຕົ້ນປີ - ảnh 1ທ່ານຮອງຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ເລຫາຍບິ່ງ ທີ່ກອງປະຊຸມ

ວັນທີ 15 ກໍລະກົດ, ຢູ່ຮ່າໂນ້ຍ, ຄະນະໂຄສະນາສຶກສາສູນກາງພັກໄດ້ຈັດຕັ້ງກອງປະຊຸມສະຫລຸບວຽກງານ 6 ເດືອນຕົ້ນປີ ແລະ ຜັນຂະຫຍາຍໜ້າທີ່ 6 ເດືອນທ້າຍປີ 2022.

          ບົດລາຍງານທີ່ກອງປະຊຸມສະແດງໃຫ້ເຫັນວ່າ, ໃນ 6 ເດືອນຜ່ານມາ, ຍາມໃດຄະນະໂຄສະນາສຶກສາສູນກາງ ພັກກໍ່ຍູ້ແຮງການປ່ຽນໃໝ່ເນື້ອໃນ, ວິທີການປະຕິບັດງານດ້ວຍນ້ຳໃຈເດັດຂາດ, ຮີບດ່ວນ, ເຂັ້ມງວດ, ມີຄວາມຮັບຜິດຊອບສູງ, ສືບຕໍ່ຊີ້ນຳ, ກຳນົດທິດວຽກງານໂຄສະນາສື່ມວນຊົນ - ການຈຳໜ່າຍ, ຖະແຫຼງຂ່າວຕ່າງປະເທດ, ຕໍ່ສູ້ຄັດຄ້ານບັນດາທັດສະນະທີ່ຜິດພາດ, ເປັນປໍລະປັກຕໍ່ໜ້າບັນດາເຫດການການເມືອງ, ບັນຫາສຳຄັນຂອງປະເທດຊາດ.

        ເພື່ອສືບຕໍ່ເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້ໃນໄລຍະຈະມາເຖິງ, ທ່ານຮອງຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ເລຫາຍບິ່ງ, ຊີ້ແຈ້ງວ່າ:

        “ເພີ່ມທະວີການຊີ້ນຳວຽກງານກໍ່ສ້າງພັກກ່ຽວກັບດ້ານການເມືອງ, ແນວຄິດ, ຄຸນສົມບັດ ແລະ ມຸ່ງໄປເຖິງການຕິດແທດກັບພຶດຕິກຳຕົວຈິງ. ສືບຕໍ່ຈັດຕັ້ງບັນດາຄະນະປະຕິບັດງານຂອງການນຳໄປກວດກາ, ຕີລາຄາການຈັດຕັ້ງປະຕິບັດວຽກງານກໍ່ສ້າງພັກ ກ່ຽວກັບດ້ານການເມືອງ, ແນວຄິດ, ຄຸນສົມບັດ ແລະ ຜັນຂະຫຍາຍປະຕິບັດບັນດາໜ້າທີ່ຈຸດສຸມໃນວຽກງານໂຄສະນາສຶກສາປີ 2022.”

ຕອບກັບ

ຂ່າວ/ບົດ​ອື່ນ