ຄະນະໂຄສະນາສຶກສາສູນກາງຜັນຂະຫຍາຍໜ້າທີ2015

ຄະນະໂຄສະນາສຶກສາສູນກາງຜັນຂະຫຍາຍໜ້າທີ2015 - ảnh 1
ກອງ​ປະ​ຊຸ​ມ​ສະ​ຫລຸບ​ວຽກ​ງານ​ປີ 2014 ແລະ ຜັນ​ຂະ​ຫຍາຍ​ໜ້າ​ທີ່​ປີ 2015

(vovworld) –  ຕອນ​ເຊົ້າ​ວັນ​ທີ 29/12, ຢູ່​ຮ່າ​ໂນ້ຍ, ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູນ​ກາງ​ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸ​ມ​ສະ​ຫລຸບ​ວຽກ​ງານ​ປີ 2014 ແລະ ຜັນ​ຂະ​ຫຍາຍ​ໜ້າ​ທີ່​ປີ 2015. ປີ 2014, ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູນ​ກາງ​ຕັ້ງ​ໜ້າ, ເປັນ​ເຈົ້າ​ການ​ເປັນ​ເສ​ນາ​ທິ​ການ​ຊ່ວຍ​ກົມ​ການ​ເມືອງ, ຄະ​ນະ​ເລ​ຂາ​ສູນ​ກາ​ງ​ພັກຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ, ປະ​ສິດ​ທິ​ຜົນ​ການ​ນຳ​ພາ​ຂອງ​ພັກກ່ຽວ​ກັບ​ວຽກ​ງານ​ໂຄ​ສະ​ນາ​ສຶກ​ສາ​ໃນ​ຂົງ​ເຂດ​ແນວ​ຄິດ, ທິດ​ສະ​ດີ, ໂຄ​ສະ​ນາ​ເຜີຍ​ແຜ່, ສື່​ມ​ວນ​ຊົນ… ເທື່ອ​ລະ​ກ້າວ. ພ້ອມ​ທັງ, ປະ​ຕິ​ບັດ​ສຳ​ເລັດ​​ໜ້າ​ທີ່​ຂອງ​ຄະ​ນະ​ເລ​ຂາ​ກ່ຽວ​ກັບ​ການ​ປະ​ຕິ​ບັດ​ຄຳ​ສັ່ງ​ເລກ​ທີ 03 ຂອງ​ກົມ​ການ​ເມືອງ ກ່ຽວ​ກັບ “ການ​ສືບ​ຕໍ່​ຍູ້​ແຮງວຽກ​ງານ​ຮ່ຳ​ຮຽນ ແລະ ປະ​ຕິ​ບັດ​ຕາມ​ແບບ​ຢ່​າງ​ຄຸນ​ສົມ​ບັດ​ປະ​ທານ ໂຮ່​ຈີ​ມິນ”. ທ່ານ ດິງ​ເທ໋​ຮີງ, ກຳ​ມະ​ການ​ກົມ​ການ​ເມືອງ, ເລ​ຂາ​ສູນ​ກາງ​ພັກ, ຫົວ​ໜ້າ​ຄະ​ນະ​ສຶກ​ສາ​ສູນ​ກາງ, ໃຫ້​ຮູ້​ວ່າ:

        “ຕ້ອງ​ມີ​ການ​ກຳ​ນົດ​ທິດ​ເພື່ອ​ຕອບ​ສະ​ໜອງ​ຂໍ້​ມູນ​ຂ່າວ​ສານ ແລະ ເພື່ອ​ກຳ​ນົດ​ທິດ, ໂອ້​ລົມ​ສົນ​ທະ​ນາ. ພ້ອມ​ທັງ, ສູ້​ຊົນ​ກັບ​ບັນ​ດາ​ແຫຼ່ງ​ຂ່າວ, ຖອຍ​ທຳ​ນອງ​ເສກ​ສັນ​ປັ້ນ​ແຕ່ງ, ເຮັດ​ໃຫ້​ສະ​ພາບ​ການ​ສັບ​ສົນ​ຂຶ້ນ​ຕື່ມ”.

        ທ່ານ ດິງ​ເທ໋​ຮີງ ສະ​ເໜີ​ວ່າປີ 2015, ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູນ​ກາງ​ສຸມ​ໃສ່​ເປັນ​ເສ​ນາ​ທິ​ການ​ຊ່ວຍ​ໃຫ້​ກົມ​ການ​ເມືອງ, ຄະ​ນະ​ເລ​ຂາ​ສູນ​ກາງ​ພັກ​ກ່ຽວ​ກັບ​ສະ​ພາບ​ການ​ພາຍ​ໃນ​ປະ​ເທດ, ສາ​ກົນ, ຊີ້​ນຳ, ແນະ​ນຳ, ກວດ​ກາ​ການ​ໂຄ​ສະ​ນາ​ກ່ຽວ​ກັບ​ກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ​ທຸກ​ຊັ້ນ ມຸ່ງ​ໄປ​ເຖິງກອງ​ປະ​ຊຸ​ມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ, ຍູ້​ແຮງ​ການ​ປະ​ຕິ​ບັດ​ຄຳ​ສັ່ງ​ເລກ​ທີ 03 ຂອງ​ກົມ​ການ​ເມືອງ.

 

 

ຂ່າວ/ບົດ​ອື່ນ