ຄ້າຍ​ພັກ​ແລ້ງ ຫວຽດ​ນາມ: ຮັກ​ສາ​ພາບພົດ​ແຫ່ງບ້ານ​ເກີດ​ເມືອງ​ນອນໄດ້​ຝັງ​ເລິກ​ຢູ່​ໃນ​ໃຈ

(VOVWORLD) -ຊາວໜຸ່ມຫວຽດນາມ ອາໄສຢູ່ຕ່າງປະເທດໄດ້ບໍລິຈາກເງິນເກືອບ 250 ລ້ານດົ່ງເພື່ອ ສະແດງຄວາມຮູ້ບຸນຄຸນຕໍ່ ແມ່ ຫວຽດນາມ ວິລະຊົນ 14 ຄົນ, ຄອບຄົວຂອງອະດີດຊາວໜຸ່ມຕະລຸມບອນ30 ຄອບຄົວ, ມອບຂອງຂວັນໃຫ້ ສູນລ້ຽງດູເດັກກຳພ້າ, ມອບລົດຖີບໃຫ້ແກ່ນັກຮຽນທຸກຍາກແຕ່ຮຽນເກັ່ງ 28 ຄົນ.
ຄ້າຍ​ພັກ​ແລ້ງ ຫວຽດ​ນາມ: ຮັກ​ສາ​ພາບພົດ​ແຫ່ງບ້ານ​ເກີດ​ເມືອງ​ນອນໄດ້​ຝັງ​ເລິກ​ຢູ່​ໃນ​ໃຈ - ảnh 1

ຄະນະຈັດຕັ້ງຄ້າຍພັກແລງມອບດອກໄມ້ໃຫ້ແກ່ຊາວໜຸ່ມ, ນັກສຶກສາຫວຽດນາມ ອາໄສຢູ່ຕ່າງປະເທດຢູ່ ພິທີປິດ (ພາບ: TTXVN)

ພາຍຫຼັງ 16 ວັນ ທີ່ດຳເນີນຢ່າງຟົດຟື້ນ ແລະ ມີຜົນປະໂຫຍດດ້ວຍການເດີນທາງແຕ່ເໜືອຮອດໃຕ້, ຕອນຄ່ຳວັນທີ 24 ກໍລະກົດ, ຄ້າຍພັກແລ້ງ ຫວຽດນາມ 2019 ໄດ້ອັດລົງໂດຍຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ ແລະ ຄະນະກຳມະການປະຊາຊົນ ແຂວງນິງທ້ວນ ໄດ້ສົບທົບກັນຈັດຕັ້ງຂຶ້ນ ຢູ່ ນະຄອນຟານຣາງ - ທາບຈ່າມ.

ກ່າວຄຳເຫັນທີ່ພິທີ, ທ່ານ ເລືອງແທັງງິ, ຮອງຫົວໜ້າຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມອາໄສຢູ່ຕ່າງປະເທດໄດ້ຕີລາຄາສູງຕໍ່ການຮ່ວມມືຢ່າງສຸດອົກສຸດໃຈຂອງບັນດາຜູ້ແທນຄ້າຍພັກແລ້ງ, ທ່ານກ່າວວ່າ:

ຄ້າຍພັກແລ້ງ ຫວຽດນາມ ມີການເຂົ້າຮ່ວມຂອງ ຊາວໜຸ່ມ, ນັກສຶກສາຫວຽດນາມ ທີ່ອາໄສຢູ່ຕ່າງປະເທດ 155 ຄົນທີ່ມາຈາກ 29 ປະເທດ ແລະ ເຂດແຄ້ວນ. ໃນ 2 ອາທິດທີ່ຜ່ານມາ,          ພວກຫຼານໄດ້ເຂົ້າຮ່ວມການເຄື່ອນໄຫວຫຼາຍຢ່າງຢູ່ 10 ທ້ອງຖິ່ນ ແຕ່ເຂດພາກເໜືອ ຮອດບັນດາແຂວງແຄມທະເລທາງພາກກາງ, ເຊິ່ງໄດ້ຊ່ວຍໃຫ້ພວກຫຼານມີຄວາມເຂົ້າໃຈຢ່າງຈະແຈ້ງກ່ຽວກັບການດຳລົງຊີວິດ ແລະ ຊາວ ຫວຽດນາມໃນປັດຈຸບັນ. ການພົບປະກັບຊາວໜຸ່ມ, ນັກສຶກສາພາຍໃນປະເທດຄັ້ງຕ່າງໆນັ້ນໄດ້ສ້າງອະນຸສອນທີ່ເລິກເຊິ່ງຫຼາຍຢ່າງໃນໝູ່ຊາວໜຸ່ມຫວຽດນາມ ອາໄສຢູ່ຕ່າງປະເທດ.

ໃນການເດີນທາງດັ່ງກ່າວ, ຊາວໜຸ່ມມຫວຽດນາມ ອາໄສຢູ່ຕ່າງປະເທດໄດ້ໄປຢ້ຽມຊົມທິວທັດທຳມະຊາດຫຼາຍແຫ່ງ, ຊອກຮູ້ມູນເຊື້ອປະຫວັດສາດ, ວັດທະນະທຳຢູ່ຫຼາຍເຂດໃນທົ່ວປະເທດ. ຊາວໜຸ່ມຫວຽດນາມ ອາໄສຢູ່ຕ່າງປະເທດໄດ້ບໍລິຈາກເງິນເກືອບ 250 ລ້ານດົ່ງເພື່ອ ສະແດງຄວາມຮູ້ບຸນຄຸນຕໍ່ ແມ່ ຫວຽດນາມ ວິລະຊົນ 14 ຄົນ, ຄອບຄົວຂອງອະດີດຊາວໜຸ່ມຕະລຸມບອນ30 ຄອບຄົວ, ມອບຂອງຂວັນໃຫ້ ສູນລ້ຽງດູເດັກກຳພ້າ, ມອບລົດຖີບໃຫ້ແກ່ນັກຮຽນທຸກຍາກແຕ່ຮຽນເກັ່ງ 28 ຄົນ, ພິເສດແມ່ນໄດ້ຮ່ວມແຮງຮ່ວມໃຈກັນກໍ່ສ້າງເຮືອນແຫ່ງສາຍຈິດມິດໃຈໜຶ່ງຫຼັງເພື່ອມອບໃຫ້ແກ່ຄອບຄົວທີ່ທຸກຍາກ ຢູ່ແຂວງນິງທ້ວນ.

ຕອບກັບ

ຂ່າວ/ບົດ​ອື່ນ