ຄາດ​ວ່າ ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 57 ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊ​າດ​ຫວຽດ​ນາມ ຊຸດ​ທີ 14 ຈະ​ໄຂ​ຂຶ້ນ​ໃນ​ວັນ​ທີ 14 ມິ​ຖຸ​ນາ

(VOVWORLD) -    ວັນທີ 11 ມິຖຸນາ, ຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ໄດ້ອອກແຈ້ງການສື່ມວນຊົນກ່ຽວກັບລາຍການເຮັດວຽກຂອງກອງປະຊຸມສະໄໝສາມັນເທື່ອທີ 57 ຂອງ ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ຊຸດທີ 14. 
ຄາດ​ວ່າ ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 57 ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊ​າດ​ຫວຽດ​ນາມ ຊຸດ​ທີ 14 ຈະ​ໄຂ​ຂຶ້ນ​ໃນ​ວັນ​ທີ 14 ມິ​ຖຸ​ນາ    - ảnh 1ກອງປະຊຸມສະໄໝສາມັນເທື່ອທີ 56 ຂອງຄະນະປະຈຳສະພາແຫ່ງຊາດຫວຽດນາມ ຊຸດທີ 14 (ພາບ: TTXVN)

ຕາມນັ້ນແລ້ວ, ນັບແຕ່ວັນທີ 14 – 15 ມິຖຸນາ 2021, ກອງປະຊຸມສະໄໝສາມັນເທື່ອທີ 57 ຂອງຄະນະປະຈຳສະພາແຫ່ງຊາດຫວຽດນາມ ຈະຖືກຈັດຂຶ້ນຢູ່ ຫໍປະຊຸມສະພາແຫ່ງຊາດ, ນະຄອນຫຼວງ ຮ່າໂນ້ຍ. ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ຈະກ່າວຄຳເຫັນໄຂກອງປະຊຸມ ແລະ ຈະພ້ອມກັບບັນດາທ່ານຮອງປະທານສະພາແຫ່ງຊາດ ຈະຜັດປ່ຽນກັນຊີ້ນຳກອງປະຊຸມ.

        ຕາມລາຍການແລ້ວ, ຄາດວ່າ ຄະນະປະຈຳສະພາແຫ່ງຊາດ ຈະດຳເນີນກອງປະຊຸມເພື່ອພິຈາລະນາ, ປະກອບຄຳເຫັນໃສ່ບັນດາເນື້ອໃນດັ່ງນີ້: ສະພາເລືອກຕັ້ງແຫ່ງຊາດ ລາຍງານສະຫຼຸບໃນເບື້ອງຕົ້ນກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 15 ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021 – 2026; ປະກອບຄຳເຫັນກ່ຽວກັບ ໂຄງຮ່າງລາຍການສ້າງກົດໝາຍ, ລັດຖະບັນຍັດ ປີ 2022 ຂອງສະພາແຫ່ງຊາດ; ວຽກງານການກະກຽມໃຫ້ແກ່ກອງປະຊຸມຄັ້ງປະຖົມມະລຶກ ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15; ຄາດຄະເນລາຍການຕິດຕາມກວດກາຂອງ ສະພາແຫ່ງຊາດ  ແລະ ຄະນະປະຈຳສະພາແຫ່ງຊາດ ປີ 2022.


ຕອບກັບ

ຂ່າວ/ບົດ​ອື່ນ