(vovworld) – ຕົວເລກສະຖິຕິຈາກກົມຂາອອກ ຂາເຂົ້າ, ກະຊວງອຸດສາຫະກຳການຄ້າ ຊີ້ໃຫ້ເຫັນວ່າ, ໄລ່ຮອດທ້າຍເດືອນ 11/2014, ຕົວເລກສົ່ງອອກເກີນດູນບັນລຸເກືອບ 2,1 ຕື້ USD. ແຕ່ວ່າ, ຍ້ອນເດືອນທ້າຍປີ ບັນດາວິສາຫະກິດຈະຕ້ອງຍູ້ແຮງການນຳເຂົ້າວັດຖຸດິບ ເພື່ອຮັບໃຊ້ການຜະລິດ, ສະນັ້ນ, ຄາດຄະເນວ່າ ທັງປີ 2014 ການສົ່ງອອກເກີນດູນໃນທົ່ວປະເທດຈະບັນລຸເກືອບ 1,5 ຕື້ USD.
ໃນ 11 ເດືອນຜ່ານມາ, ສິ່ງທີ່ໜ້າສົນໃຈນັ້ນແມ່ນ ວົງເງິນສົ່ງອອກໄດ້ຮັບການເຕີບໂຕສ່ວນຫຼາຍແມ່ນໝວດສິນຄ້າທັງໝົດ, ໃນນັ້ນ, ເປັນຕົ້ນແມ່ນໝວດສິນຄ້າອຸດສາຫະກຳປຸງແຕ່ງ. ວົງເງິນສົ່ງອອກໝວດສິນຄ້າດັ່ງກ່າວ ບັນລຸ 100.14 ຕື້ USD, ເພີ່ມຂຶ້ນ 14,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2013. ຕໍ່ຈາກນັ້ນແມ່ນໝວດຜະລິດຕະພັນກະເສດ, ສິນໃນນ້ຳ.
ກ່ຽວກັບຕະຫຼາດສົ່ງອອກ, ອາເມລິກາ ຍັງຄົງແມ່ນຕະຫຼາດສົ່ງອອກໃຫຍ່ກວ່າໝູ່ຂອງຫວຽດນາມ ດ້ວຍວົງເງິນການຄ້າ ຄາດວ່າບັນລຸ 26,2 ຕື້ USD, ເພີ່ມຂຶ້ນ 21,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2013.