ຄຳຂໍຂອບໃຈຄະນະຈັດຕັ້ງພິທີງານສົບແຫ່ງລັດ ແລະ ຄອບຄົວພົນເອກ ຫວໍງວຽນຢາບ

ຄຳຂໍຂອບໃຈຄະນະຈັດຕັ້ງພິທີງານສົບແຫ່ງລັດ ແລະ ຄອບຄົວພົນເອກ ຫວໍງວຽນຢາບ - ảnh 1
ຄອບຄົວ​ຂອງພົນ​ເອກ​ຫວໍ​ງວຽນ​ຢາ​ບ ​ໄດ້​ຝາກ​ຄຳ​ຂໍ​ຂອບ​ໃຈ​
ຢ່າງ​ຈິງ​ໃຈ​ເຖິງ: ປະຊາຊົນ, ສະຫາຍ​ໃນ​ທົ່ວ​ປະ​ເທດ...
(ພາບ: vtc.vn)


(vovworld) - ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ, ສະພາ​ແຫ່ງ​ຊາດ​ສສ ຫວຽດນາມ, ປະທານ​ປະ​ເທດ ສສ ຫວຽດນາມ, ລັດຖະບານ ສສ ຫວຽດນາມ, ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ອົງຄະ​ນະ​ພັກ​ການ​ທະຫານ​ສູນ​ກາງ, ກະຊວງ​ປ້ອງ​ກັນ​ປະ​ເທດ, ຄະນະ​ຈັດ​ຕັ້ງ​ພິທີ​ງານ​ສົບ ​ແລະ ຄອບຄົວ​ຂອງພົນ​ເອກ​ຫວໍ​ງວຽນ​ຢາ​ບ ​ໄດ້​ຝາກ​ຄຳ​ຂໍ​ຂອບ​ໃຈ​ຢ່າງ​ຈິງ​ໃຈ​ເຖິງ: ປະຊາຊົນ, ສະຫາຍ​ໃນ​ທົ່ວ​ປະ​ເທດ ​ແລະ ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ; ບັນດາ​ພະນັກງານ​ປະຕິວັດຜູ້ອະ​ວຸ​ໂສ, ຜູ້​ຊົງ​ຄຸນ​ວຸດ​ທິ, ປັນຍາ​ຊົນ, ຜູ້​ມີ​ຍົດ​ຖາ​ບັນດາສັກ; ບັນດາ​ອົງການ, ບັນດາ​ອົງການ​ຈັດ​ຕັ້ງ​ມະຫາ​ຊົນ, ທ້ອງ​ຖິ່ນ, ຫົວໜ່ວຍ; ກຳລັງ​ປະກອບ​ອາວຸດ​ປະຊາຊົນ; ອົງຄະ​ນະ​ພັກ ​ແລະ ປະຊາຊົນ​​ແຂວງ​ກວາງ​ບິ່ງ; ບັນດາ​ຄະນະ​ທູຕານຸທູດ, ຜູ້ຕາງໜ້າ​ບັນດາ​ອົງການ​ຈັດ​ຕັ້ງ ​ແລະ ​ເພື່ອນ​ມິດສາ​ກົນ ​ໄດ້​ຝາກ​ໂທລະ​​ເລກ​ແບ່ງ​​ເບົາ​ຄວາມ​ເສົ້າສະຫຼົດ​ໃຈ, ຝາກພວງມາລາ ​ແລະ ​ເຂົ້າ​ຮ່ວມ​ພິທີ​​ໄຫວ້ອາ​ໄລ, ສົ່ງສະການ, ປົງ​ສົບ ພົນ​ເອກ​ຫວໍ​ງວຽນ​ຢາ​ບ, ອະດີດກຳ​ມະ​ການ​ກົມ​ການ​ເມືອງ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ, ອະດີດ​ເລຂາຄະນ​ພັກ​ການ​ທະຫານສູນ​ກາງ, ອະດີດ​ຮອງ​ນາຍົກລັດຖະມົນຕີຜູ້​ປະຈຳການ​ລັດຖະບານ, ອະດີດ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ, ​ຜູ້​ບັນຊາ​ການ​ໃຫຍ່​ກອງທັບປະຊາຊົນ​ຫວຽດນາມ.

ຂ່າວ/ບົດ​ອື່ນ