ຄຳສັ່ງຢຸດຍິງຢູ່ຊີຣີຖືກລະເມີດ

ຄຳສັ່ງຢຸດຍິງຢູ່ຊີຣີຖືກລະເມີດ - ảnh 1
(ພາບ​ປະ​ກອບ: AFP)

(vovworld) –​ ​ ​ວັນ​ທີ 28/02, ​​​​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ລັດ​ເຊຍ ໃຫ​້​ຮູ້​ວ່າ, ຄຳ​ສັ່ງ​ຢຸດ​ຍິງ​ຢ​ູ່​ຊີ​ຣີ ຖືກ​ລະ​ເມີດ​ເປັນ 9 ຄັ້ງໃນ​ຮອບ​ເວ​ລາ 24 ຊົ່ວ​ໂມ​ງ​ຜ່ານ​ມາ, ແຕ່​ຂໍ້​ຕົກ​ລົງ​ຢຸດ​ຍິງ​ຍັງ​ຄົງ​ໄດ້​​ຮັບ​ການຮັກ​ສາ​ໄວ້​ຢູ່. ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ລັດ​ເຊຍ ໄດ້​ຄັດ​​ສະ​ເໜີ້ແຈ້ງ​ການ​ຂອງ​​ຫົວໜ້າ​ສູນ​ປະ​ສານ​ງານ​ຂອງ​ລັດ​ເຊຍ ​ຢູ່ຊີ​ຣີ, ພົນ​ຕີ Sergei Kuralenko ​ໂດຍ​ຮັບ​ຮອງ​ວ່າ, ໃນ​ຮອບ​ເວ​ລາ 24 ຊົ່ວ​ໂມງ​ຜ່ານ​ມາ, ກອ​ງ​ທັບ​ລັດ​ເຊຍ ໄດ້​ພົບ​ເຫັນ 9 ກໍ​ລະ​ນີ​ລະ​ເມີດ​ຄຳ​ສັ່ງ​ຢຸດ​ຍິງ. ແຕ່​ວ່າ, ພົນ​ຕີ Sergei Kuralenko ​ກໍຢື​ນ​ຢັນ​ວ່າ, ເບິ່ງ​ລວມ​ແລ້ວ, ກົດ​ລະ​ບຽບ​ຢຸດ​​ຍິງ​ຍັງ​ໄດ້​ຮັບ​ການ​ປະ​ຕິ​ບັດຢ​ູ່. ຂໍ້​ຕົກ​ລົງ​ຢຸດ​ຍິງ​ຢູ່​ຊ​ີ​ຣີ ໂດຍ​ລັດ​ເຊຍ ແລະ ອາ​ເມ​ລິ​ກາ ເປັນ​ຄົນ​ກາງ​ໄກ​່​ເກ່ຍ​ມີ​ຜົນ​ບັງ​ຄັບ​ໃຊ້​​ນັບ​ແຕ່​ເວ​ລາ 0 ໂມງ ວັນ​ທີ 27/02 ຕາມ​ເວ​ລາ​ທ້ອງ​ຖິ່ນ. ແຕ່​ວ່າ, ​ພາຍ​ຫຼັງ​ຄຳ​ສັ່ງ​ນີ້​ເລີ່ມ​ມີ​ຜົນ​ສັກ​ສິດພຽງ 2 – 3 ຊົ່ວ​ໂມງເທົ່າ​ນັ້ນ, ​ໄດ້​​ເກີດ​ກໍ​ລະ​ນີ​ຍິງ​ປືນ​ໃຫຍ່​ໃສ່​ເຂດ​​ຊຸມ​ຊົນຢູ່ນະ​ຄອນ​ຫຼວງ Damascus. ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ລັດ​ເຊຍ ຊີ້​ແຈ້ງວ່າ, ມີ​ບາງ​ກໍ​ລະ​ນີ​ລະ​ເມີດ​ຄຳ​ສັ່ງ​ແມ່ນ​ເກີດ​ມາ​ຈາກ​ກຸ່ມ​ຝ່າຍ​ຄ້ານສະ​ຫງ່ຽມ​ຄ່ຽມ​ຄົມ ແລະ ບັນ​ດາ​ກົມ​ກອງ​ອົງ​ການກໍ່​ການ​ຮ້າຍ.

ຂ່າວ/ບົດ​ອື່ນ