ຄຳສັ່ງລົງໂທດຂອງສະຫະປະຊາຊາດ ຈະເຮັດໃຫ້ໂຄງການນິວເຄຼຍຂອງ ສປປ ເກົາຫຼີ ແຂງແຮງກ່ວາ

ຄຳສັ່ງລົງໂທດຂອງສະຫະປະຊາຊາດ ຈະເຮັດໃຫ້ໂຄງການນິວເຄຼຍຂອງ ສປປ ເກົາຫຼີ ແຂງແຮງກ່ວາ - ảnh 1
ພາບປະກອບ

(vovworld) – ວັນ​ທີ 9/3, ສປປ ​ເກົາຫຼີ ຖະ​ແຫຼ​ງວ່າ ຄຳ​ສັ່ງລົງ​ໂທດ​ຂອງ​ສະຫະ​ປະຊາ​ຊາດ​ຍິ່ງ​ຊ່ວຍ​ໃຫ້​ໂຄງການລູກ​ສອນ​ໄຟ ​ແລະ ​ນິວ​ເຄຼຍຂອງປະ​ເທດ​ນີ້​ແຂງ​ແຮງ​ກ່ວາ, ພ້ອມ​ກັນ​ນັ້ນ, ພຽງ​ຢາງ ກໍ່​​ເປີດ​ເຜິ​ຍວ່າ​ຈະ​ມີ​​ເຫດການ​ທົດ​ລອງ​ນິວ​ເຄຼຍອີກ​ຄັ້ງ​ໜຶ່ງ. ​ໃນ​ຖະ​ແຫຼ​ງການ ​ໂດ​ຍສຳນັກ​ຂ່າວສານ​ສູນ​ກາງ ສປປ ​ເກົາຫຼີ (ຫຼື KCNA) ປະກາດ, ພຽງ​ຢາງ ຈະ​ພິສູດ​ໃຫ້​ໂລກ​ເຫັນ​ໂດຍ​ໄວ​ວ່າ: ​ການ​ຄອບ​ງຳຂອງ ອາ​ເມ​ລິ​ກາ ທີ່​ມີ​ຕໍ່ ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ​ໄດ້​ປັບປຸງ​ທີ່​ຕັ້ງ​ບົດບາດ​ຂອງ ສປປ ​ເກົາຫຼີ ​ແມ່ນ​ປະ​ເທດ​ມະຫາ​ອຳນາດ​ດ້ານ​ນິວ​ເຄຼຍ. ຊ້ຳ​ບໍ່​ໜຳ, ກ່ອນ​​ທີ່ສະພາ​ຄວາມ​ໝັ້ນຄົງ​ປ່ອນ​ບັດ​ເມື່ອ​ວັນ​ທີ 7/3 ກ່ຽວ​ກັບ​ການ​ຈັດ​ວາງບັນດາ​ມາດ​ຕະການ​ແຂງ​ກະດ້າງ​ກ່ວາ​ເພື່ອ​ຕ້ານ ສປປ ​ເກົາຫຼີ ຍ້ອນເຫດການທົດ​ລອງ​ນິວ​ເຄຼຍ​​ເມື່ອ​ເດືອນ​ກ່ອນ, ການ​ນຳ​ປະ​ເທດ​ນີ້​ໄດ້​ຢັ້ງຢືນ​ວ່າ ຈະ​ສືບ​ຕໍ​່ປະຕິບັດ​ບັນດາ​​ເຫດການ​ທົດ​ລອງນິວ​ເຄຼຍ ​ແລະ ລູກ​ສອ​ນ​ໄຟ​ໄລຍະ​ໄກ​​ໃນ​ອະນາຄົດ.

ຂ່າວ/ບົດ​ອື່ນ