ງານການພົບປະແລກປ່ຽນວັດທະນະທຳຫວຽດນາມ-ຍີ່ປຸ່ນ
(ທ່ານ ຫງວຽນດັງຕ໋ຽນ, ຜູ້ອຳນວຍການໃຫຍ່ VOV)
(vovworld) - ງານພົບປະແລກປ່ຽນວັດທະນະທຳຫວຽດນາມ-ຍີ່ປຸ່ນດ້ວຍຫົວຂໍ້ “ຂົວເຊື່ອມຕໍ່ມິດຕະພາບຫວຽດນາມ-ຍີປຸ່ນຈາກດອກໄມ້ແລະໄມ້ໄຜ່”, ໂດຍວິທະຍຸກະຈາຍສຽງຫວຽດນາມ (VOV) ສົມທົບກັບສະຫະສະມາຄົມພັດທະນາວັດທະທຳທີ່ເປັນມູນເຊື້ອຍີ່ປຸ່ນ ຈັດຕັ້ງ, ໃນວັນທີ 26/11 ຢູ່ຮ່າໂນ້ຍ. ລາຍການໄດ້ແນະນຳເຖິງປະຊາຊົນ 2 ປະເທດບັນດາຈຸດວັດທະນະທຳທີ່ເປັນມູນເຊື້ອຂອງຫວຽດນາມ ແລະ ຍີ່ປຸ່ນ ຄື: ສິລະປະປັກດອກໄມ້, ຊາທີ່ເປັນມູນເຊື້ອຂອງຍີ່ປຸ່ນ, ສິລະປະດົນດີພື້ນເມືອງທີ່ເປັນມູນເຊື້ອຂອງຫວຽດນາມ. ຜ່ານນັ້ນ, ປະກອບສ່ວນຍົກສູງຄວາມເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງ 2 ປະເທດ. ທ່ານ ຫງວຽນດັງຕ໋ຽນ, ຜູ້ອຳນວຍການໃຫຍ່ VOV ຊີ້ແຈ້ງວ່າ.
“ພວກຂ້າພະເຈົ້າເຊື່ອໝັ້ນວ່າ, ເຫດການນີ້ຈະແມ່ນຂົວເຊື່ອມຕໍ່ຄວາມສະໜິດຕິດພັນລະຫວ່າງປະຊາຊົນ 2 ປະເທດຫວຽດນາມ ແລະ ຍີ່ປຸ່ນ ກວ່າອີກ, ສ້າງນ້ຳໃຈມິດຕະພາບລະຫວ່າງປະຊາຊົນ 2 ປະເທດ. ພ້ອງທັງຊຸກຍູ້ການພົວພັນຮ່ວມມືຮອບດ້ານ, ໝັ້ນຄົງຍາວນານ ໃນອະນາຄົດ ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ”.