ງານຕະຫຼາດນັດຜະລິດຕະພັນກະເສດລະດູບານໃໝ່ປີມະແມ2015

ງານຕະຫຼາດນັດຜະລິດຕະພັນກະເສດລະດູບານໃໝ່ປີມະແມ2015 - ảnh 1
ງານ​ຕະຫຼາດ​ນັດ​ລະ​ດູ​ບານ​ໃໝ່​ປີ​ມະ​ແມ ໄຂ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 8/2

(vovworld) –  ງານ​ຕະຫຼາດ​ນັດ​ລະ​ດູ​ບານ​ໃໝ່​ປີ​ມະ​ແມ ໄຂ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 8/2, ຢູ່​ຮ່າ​ໂນ້ຍ. ດ້ວຍ​ຮ້ານ​ວາງ​ສະ​ແດງ 300 ຮ້ານ, ງານ​ຕະ​ຫຼາດ​ນັດ​ແມ່ນ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ, ສົ່ງ​ເສີມ​ການ​ຄ້າ​ສຳ​ຄັນ​ຂອງ​ຂະ​ແ​ໜງ​ກະ​ສິ​ກ​ເຊິ່ງຳ​ໄດ້​ຮັບ​ການ​ຈັດ​ຕັ້ງ​ປະ​ຈຳ​ປີ​ເນື່ອງ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​​ຈຳ​ໜ່າຍບັນ​ດາ​ຜະ​ລິດ​ຕະ​ພັນ​ກະ​ເສດ, ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ ແລະ ໝູ່​ບ້ານ​ອາ​ຊີບ​ທີ່​ເປັນ​ມູນ​ເຊື້ອ​ໃນ​ຕະຫຼາດ​ພາຍ​ໃນ. ນີ້ກໍ່​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ, ຮາກ​ຖານ​ຜະ​ລິດ​ໂຄ​ສະ​ນາ, ແນະ​ນຳ​ຜະ​ລິດ​ຕະ​ພັນ, ສິນ​ຄ້າ, ຜະ​ລິດ​ຕະ​ພັນ​ກ​ະ​ເສດ​ທີ່​​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ບັນ​ດາ​ເຂດ​ພາກ​ໃນ​ທົ່ວ​ປະ​ເທດ, ຜ່ານນັ້ນ, ເພີ່ມ​ກາ​ລະ​ໂອ​ກາດ​ເລືອກ​ເຟັ້ນ​ບັນ​ດາ​ຜະ​ລິ​ດ​ຕະ​ພັນ​ກະ​ເສດ​ທີ່ມ​ີ​ຄຸນ​ນະ​ພາບ, ແຫຼ່ງ​ຜ​ະ​ລິດ​ທີ່​ຈະ​ແຈ້ງເຖິງ​ຜູ້​ໃຊ້​ສອຍ. ທ່ານ ດ່າວ​ວັນ​ໂຮ່, ຜູ້​ອຳ​ນວຍ​ການ​ສູນ​ສົ່ງ​ເສີມ​ການ​ຄ້າ​ກະ​ສິ​ກຳ - ຫົວ​ໜ​້າ​ຄະ​ນະ​ຈັດ​ຕັ້ງ​ງານ​ຕະຫຼາດ​ນັດ, ໃຫ້​ຮູ້​ວ່າ:

        “ເລື່ອງ​ພັດ​ທະ​ນາ​ຕະຫຼາດ​ຍາ​ມ​ໃດ​ກໍ່​ແມ່ນ​ໜ້າ​ທີ່​ສຳ​ຄັນ​ອັນ​ດັບ​ໜຶ່​ງ​ເພື່ອ​ຊຸກ​ຍູ້​ກະ​ສິກ​ຳ​ຜ່ານ​ຜ່າ​ຄວາມ​ທຸກ​ຍາກ, ສືບ​ຕໍ່​ພັດ​ທະ​ນາ. ໃນ​ສະ​ພາບ​ການນັ້ນ, ເລື່ອງ​ຜັນ​ຂະ​ຫຍາຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ສົ່​ງ​ເສີມ​ການ​ຄ້າ​ເວົ້າ​ລວມ ແລະ ງານ​ຕະຫຼາດ​ນັດ​ລະ​ດູ​ບານ​ໃໝ່ ເວົ້າ​ສະ​ເພາະ ມີ​ຄວາມ​ໝາຍ​ສຳ​ຄັນ. ງານ​ຕະຫຼາດ​ນັດ​ແມ່ນ​ບ່ອນ​ເພື່ອ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ ໂຄ​ສະ​ນາ​​ເຄື່ອງ​ໝາ​ຍ​ກາ​ນ​ຄ້າ, ຜະ​ລິດ​ຕະ​ພັນ​ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພັດ​ທະ​ນາ​​ການຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ, ຍົກ​ສູງ​ອິດ​ທິ​ພົນ​ຊື່​ສຽງ ແລະ ກຳ​ລັງ​ຄວາມ​ສາ​ມາດ​ແກ້ງ​ແຍ້ງ​ຂອງ​ຕົນ. ງານ​ຕະຫຼາດ​ນັດ​ລະ​ດູ​ບານ​ໃໝ່​ປີມະ​ແມ ແມ່ນ​ບ່ອນ​ຊື້​ຂາຍບັນ​ດ​າ​​ສິນ​ຄ້າ​ຮັບ​ໃຊ້​ບຸນ​ເຕັດ​ປະ​ເພດ​ຕ່າງໆຂອງ​ພໍ່​ແມ່​ປະ​ຊາ​ຊົນ​ນະ​ຄອນຫຼວງ ແລະ ບັນ​ດາ​ແຂວງ, ນະ​ຄອນ​​ຢູ່ອ້ອມ​ຂ້າງ.”


ຂ່າວ/ບົດ​ອື່ນ