ງານ​ບຸນ ກາ​ເຕ ແຂວງ​ນິງ​ທ້ວນ

(VOVWORLD) - ແຕ່ລະປີ, ໃນວັນທີ 1 ເດືອນ 7 ຕາມປະຕິທິນຂອງຊາວເຜົ່າຈຳ, ວິຫານ, ທາດຈຳທຸກແຫ່ງ ລ້ວນແຕ່ເປີດປະຕູທາງການ ແລະ ດຳເນີນບັນດາພິທີການໃນງານບຸນ ກາເຕ ທີ່ເປັນມູນເຊື້ອ.
ງານ​ບຸນ ກາ​ເຕ ແຂວງ​ນິງ​ທ້ວນ - ảnh 1(ພາບ: VOV)

     ວັນທີ 24 ຕຸລາ (ກົງກັບວັນທີ 1 ເດືອນ 7 ຕາມປະຕິທິນຂອງຊາວເຜົ່າຈຳ), ຊາວເຜົ່າຈຳ ຖືສາສະໜາ ບາລາມົນ ແຂວງນິງທ້ວນ ນັບພັນຄົນ ໄດ້ຕ້ອນຮັບງານບຸນ ກາເຕ ຢ່າງເບີກບານມ່ວນຊື່ນ. ງານບຸນ ກາເຕ ໄດ້ຈັດຂຶ້ນຢູ່ບັນດາວິຫານ, ທາດ ແລະ ບ້ານຂອງຊາວເຜົ່າຈຳ ທີ່ຖືສາສະໜາ ບາລາມົນ.

    ກາເຕ ແມ່ນງານບຸນໃຫ່ຍກ່ວາໝູ່ໃນປີ ຂອງຊາວເຜົ່າຈຳທີ່ຖືສາສະໜາ ບາລາມົນ ເພື່ອອາໄຫລຫາບັນດາເທບພະເຈົ້າ, ເຈົ້າຊີວິດ ທີ່ມີຄຸນງາມຄວາມດີ, ໄດ້ຮັບຄວາມເຄົາລົບນັບຖືຈາກ ປຊຊ. ນີ້ກໍ່ແມ່ນໂອກາດເພື່ອອາໄລຫາບັນພະບູລຸດ ແລະ ຂໍໃຫ້ປະເທດຊາດມີຄວາມສະຫງົບ ແລະ ປຊຊ ມີຄວາມຢູ່ເຢັນເປັນສຸກ, ດິນຟ້າອາກາດເອື້ອອຳນວຍຄວາມສະດວກ, ລະດູເກັບກ່ຽວໄດ້ຮັບຜົນດີ. ແຕ່ລະປີ, ໃນວັນທີ 1 ເດືອນ 7 ຕາມປະຕິທິນຂອງຊາວເຜົ່າຈຳ, ວິຫານ, ທາດຈຳທຸກແຫ່ງ ລ້ວນແຕ່ເປີດປະຕູທາງການ ແລະ ດຳເນີນບັນດາພິທີການໃນງານບຸນ ກາເຕ ທີ່ເປັນມູນເຊື້ອ.

ຕອບກັບ

ຂ່າວ/ບົດ​ອື່ນ