ທ່ານປະທານປະເທດ ໄດ້ອວຍພອນປີໃໝ່ຜູ້ຕາງໜ້າ ບັນດາຊົນເຜົ່າຢູ່ ໝູ່ບ້ານ ວັດທະນະທຳທ່ອງທ່ຽວບັນດາເຜົ່າ ຫວຽດນາມ
(vovworld) - ຕອນເຊົ້າວັນທີ 20/2, ທ່ານປະທານປະເທດ ຫວຽດນາມ ເຈືອງເຕີນຊາງ ໄດ້ໄປຢ້ຽມຢາມ ແລະ ອວຍພອນປີໃໝ່ຜູ້ຕາງໜ້າ ບັນດາຊົນເຜົ່າຢູ່ ໝູ່ບ້ານ ວັດທະນະທຳທ່ອງທ່ຽວບັນດາເຜົ່າ ຫວຽດນາມ ຢູ່ ດົ່ງໂມ, ນະຄອນ ຮ່າໂນ້ຍ ແລະ ເຂົ້າຮ່ວມງານບຸນ “ສີສັນລະດູບານໃໝ່ໃນທຸກແຖບຖິ່ນຂອງປະເທດຊາດ” ປີ 2013 ໂດຍກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ, ຄະນະຄຸ້ມຄອງໝູ່ບ້ານວັດທະນະທຳທ່ອງທ່ຽວ ບັນດາເຜົ່າ ຫວຽດນາມ ສົມທົບກັນຈັດຕັ້ງ. ກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດ ເຈືອງເຕີນຊາງ ສະເໜີໃຫ້ຄະນະພັກທຸກຂັ້ນ, ອຳນາດການປົກຄອງ, ແນວໂຮມປະເທດຊາດ, ບັນດາໝູ່ຄະນະ ພ້ອມກັບປະຊາຊົນບັນດາເຜົ່າສືບຕໍ່ມານະພະຍາຍາມສູ້ຊົນປະກອບສ່ວນພັດທະນາເສດຖະກິດ, ລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ, ຍົກສູງຄວາມຮູ້ໃຫ້ແກ່ປະຊາຊົນ, ຍົກສູງຊີວິດດ້ານວັດຖຸ ແລະ ຈິດໃຈ, ຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທຳ, ມູນເຊື້ອອັນດີງາມຂອງບັນດາເຜົ່າ ແລະ ປັບປຸງ, ເພີ່ມທະວີກຸ່ມກ້ອນມະຫາສາມັກຄີບັນດາເຜົ່າ ຫວຽດນາມ ຢ່າງບໍ່ຢຸດຢັ້ງ:
“ຈັດຕັ້ງງານບຸນເພື່ອໃຫ້ມະຫາຊົນ ແລະ ບັນດາເຜົ່າອ້າຍນ້ອງຮູ້ ແລະ ເຂົ້າຮ່ວມ. ດັ່ງນັ້ນ, ເຫດການນີ້ຕ້ອງມີຄວາມດູດດືມ, ຢູ່ນັ້ນ, ແຕ່ລະຊົນເຜົ່າສະແດງບັນດາຄວາມງາມວັດທະນະທຳທີ່ເປັນເອກະລັກສະເພາະຂອງເຜົ່າຕົນ. ວັດທະນະທຳ ຫວຽດນາມ ມີຄວາມສົມບູນຫຼາຍ ແລະ ເມື່ອຕິດພັນກັບການທ່ອງທ່ຽວແມ່ນດີທີ່ສຸດຍ້ອນວ່າ ວັດທະນະທຳ ຫວຽດນາມ ແມ່ນ ຄວາມສາມັກຄີບັນດາເຜົ່າ ຫວຽດນາມ. ຫວັງວ່າ: ກະຊວງວັດທະນະທຳ - ກິລາ ແລະ ການທ່ອງທ່ຽວ ພ້ອມກັບ ຄະນະຄຸ້ມຄອງໝູ່ບ້ານວັດທະນະທຳທ່ອງທ່ຽວ ບັນດາເຜົ່າ ຫວຽດນາມ ຈະປະກອບສ່ວນສຳຄັນເພື່ອເພີ່ມທະວີກຸ່ມກ້ອນມະຫາສາມັກຄີບັນດາເຜົ່າ”