ງານບຸນບັ້ງໄຟດອກສາກົນດ່ານັ້ງ - DIFF 2019 ຈະດຳເນີນໃນລະຫວ່າງວັນທີ 01 ມິຖຸນາ - 06 ກໍລະກົດ

(VOVWORLD) -ງານບຸນບັ້ງໄຟດອກສາກົນດ່ານັ້ງ - DIFF 2019 ດ້ວຍຫົວຂໍ້ວ່າ “ບັນດາລຳແມ່ນ້ຳເລົ່າເລື່ອງ” ຈະດຳເນີນໃນລະຫວ່າງວັນທີ 01 ມິຖຸນາ ຫາວັນທີ 06 ກໍລະກົດ 2019, ດ້ວຍການເຂົ້າຮ່ວມຂອງ 7 ທິມສາກົນ ແລະ ທິມເຈົ້າພາບ ດ່ານັ້ງ, ຫວຽດນາມ.
ງານບຸນບັ້ງໄຟດອກສາກົນດ່ານັ້ງ - DIFF 2019 ຈະດຳເນີນໃນລະຫວ່າງວັນທີ 01 ມິຖຸນາ - 06 ກໍລະກົດ - ảnh 1 (ການປະຊຸມຂ່າວງານບຸນບັ້ງໄຟດອກສາກົນດ່ານັ້ງ - DIFF 2019)

8 ທິມເຂົ້າຮ່ວມການສະແດງຢູ່ງານບຸນບັ້ງໄຟດອກສາກົນດ່ານັ້ງ 2019 ລວມມີ: ອີຕາລີ, ຫວຽດນາມ, ລັດເຊຍ, ບຣາຊິນ, ແບນຊິກ, ແຟງລັງ, ອັງກິດ ແລະ ຈີນ. ດ້ວຍແສງສີຂອງບັ້ງໄຟດອກ ແລະ ດົນຕີ, ການສະແດງຂອງແຕ່ລະທິມຈະເລົ່າເລື່ອງໃດໜຶ່ງກ່ຽວກັບບັນດາແມ່ນ້ຳ, ປະຫວັດສາດ, ວັດທະນະທຳຂອງແຕ່ລະປະເທດ, ພ້ອມກັບການດຳລົງຊີວິດຂອງປະຊາຊົນທີ່ຕິດພັນກັບແມ່ນ້ຳ. ທ່ານ ເຢືອງເທ໊ບັ່ງ, ປະທານບໍລິສັດຫຸ້ນສ່ວນກຸ່ມບໍລິສັດ ໝັດເຈີ່ຍ - Sun Group, ເຂດພາກກາງ, ຫົວໜ່ວຍຈັດຕັ້ງ DIFF 2019 ໃຫ້ຮູ້ວ່າ.

        “ປີນີ້ຈະແມ່ນມີຄວາມໂດດເດັ່ນເປັນໜ້າປະທັບໃຈ, ແມ່ນບາດລ້ຽວໃຫ້ແກ່ການທ່ອງທ່ຽວດ່ານັ້ງ ເມື່ອຈັດເຫດການຮ່ວມເດີນທາງທີ່ມີຂອບຂະໜາດໃຫຍ່ທີ່ບໍ່ເຄີຍມີມາກ່ອນ, ນັ້ນແມ່ນລາຍການສະແດງສິລະປະ “ງານລາຕີແອ໊ງເຢືອງ” ຢູ່ Ba Na Hills. ເປັນປີທຳອິດທີ່ຮ່ວມເດີນທາງໄປພ້ອມກັບ DIFF ຍັງມີການແຂ່ງຂັນ flashmob ເຊິ່ງໄດ້ຈັດຕັ້ງໃນຂອບເຂດທົ່ວປະເທດ, ງານບຸນຕາມທ້ອງຖະໜົນຈະຄຶກຄື້ນກວ່າ ແລະ ມີຫຼາຍລາຍການພ້ອມກັນໄດ້ຮັບການຈັດຕັ້ງ. ພວກຂ້າພະເຈົ້າເຊື່ອໝັ້ນວ່າ, DIFF 2019 ຈະນຳມາໃຫ້ການທ່ອງທ່ຽວດ່ານັ້ງ ມີຄວາມແຕກຕ່າງ, ມີການປ່ຽນແປງໃໝ່ບັນດາຜະລິດຕະພັນທ່ອງທ່ຽວຢ່າງລຽນຕິດ ເຊິ່ງຢູ່ແຫ່ງອື່ນແມ່ນບໍ່ມີ”.

        ຮອບຊິງຊະນະເລີດຈະດຳເນີນໃນວັນທີ 06 ກໍລະກົດ, ແມ່ນການແຂ່ງຂັນລະຫວ່າງ 2 ທິມດີທີ່ສຸດເພື່ອຍາດເອົາແຊັມ.

ຕອບກັບ

ຂ່າວ/ບົດ​ອື່ນ