ງານບຸນວັດທະນະທຳລັດເຊຍ“ຄວາມຮູ້ສຶກກ່ຽວກັບປະເທດລັດເຊຍ”

ງານບຸນວັດທະນະທຳລັດເຊຍ“ຄວາມຮູ້ສຶກກ່ຽວກັບປະເທດລັດເຊຍ” - ảnh 1
ງານບຸນວັດທະນະທຳລັດເຊຍ
“ຄວາມຮູ້ສຶກກ່ຽວກັບປະເທດລັດເຊຍ”
(ພາບ: TTXVN)


(vovworld) – ຕອນ​ບ່າຍ​ວັນ​ທີ 26/09, ຢູ່​ຮ່າ​​ໂນ້ຍ, ສະຖານ​ທູດສະຫະພັນ​ລັດ​ເຊ​ຍ ປະຈຳ​ຫວຽດນາມ ​ໄດ້​​ໄຂງານ​ບຸນວັດທະນະທຳ​ລັດ​ເຊຍ“ຄວາມ​ຮູ້ສຶກ​ກ່ຽວ​ກັບ​ປະ​ເທດ​ລັດ​ເຊຍ”. ​ເຂົ້າ​ຮ່ວມ​ພິທີ​ໄຂ​ງານ​ບຸນ​ມີ​ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່​ອງທ່ຽວ​ຫວຽດນາມ ​ເລ​ແຄ໋ງຫາຍ ​ແລະ ທ່ານ​ເອກ​ອັກ​ຄະ​ລັດຖະທູດ, ຜູ​້ມີ​ອຳນາດ​ເຕັມ​ແຫ່​ງສະຫະ​ພັນ​ລັດ​ເຊຍ ປະຈຳ​ຫວຽດນາມ Konstantin Vnukov. ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ​ງານ​ບຸນ, ທ່ານ​ຮອງ​ຫົວໜ້າ​ກົມ​ຮ່ວມ​ມື​ສາກົນ, ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງທ່ຽວ​ຫວຽດນາມ ​ເລ​ຫງອກ​ດິ້ງ ​ເນັ້ນ​ໜັກ​ວ່າ: ງານ​ບຸນ​ວັດທະນະທຳ​ລັດ​ເຊ​ຍ ຢູ່​ຫວຽດນາມ ຄັ້ງ​ນີ້ ​ແມ່ນ​​ເຫດກາ​ນທີ​່ມີຄວາມ​ໝາຍ​ໃຫຍ່​ຫຼວງ ​ໃນ​ການ​ຮ່ວມ​ມື, ພົວພັນແລກປ່ຽນ​ວັດທະນະທຳ​ລະຫວ່າງ 2 ປະ​ເທດ. ດ້ວຍ​ບັນດາ​ລາຍການ​ສະ​ແດງ, ຂັບ​ລຳ​ທຳ​ເພງ​ພື້ນ​ເມືອງ, ງານ​ວາງ​ສະ​ແດງ​ພາບ​ແຕ້ມ, ອີກ​ຄັ້ງ​ໜຶ່ງຜູ້​ຊົມ​ຫວຽດນາມ ​ໄດ້​ມີ​ໂອກາດ​ໄດ້​ຮັບ​ຊົມ​ບັນດາ​ຄຸນຄ່າວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ພື້ນຖານ​ວັດທະນະທຳ​ລັດ​ເຊ​ຍ.

        ສ່ວນ​ທ່ານ​ເອກ​ອັກຄະ​ລັດຖະທູດ Konstantin Vnukov ຢືນຢັນ​ວ່າ, ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ນັບ​ມື້​ນັບ​ພັດທະນາ​ໃນ​ທຸກ​ຂົງ​ເຂດ, ​ໃນ​ນັ້ນ​ມີ​ການ​ສົມ​ທົບ​ກັນ, ພົບ​ປະ​ແລກປ່ຽນ​ໃນ​ຂົງ​ເຂດ​ວັດ​ທະ​ນະ​ທຳ ຍາມ​ໃດ​ກໍ​ມີ​ທີ່​ຕັ້ງ​ສຳ​ຄັນ. ​ຜ່ານ​ບັນດາການແລກປ່ຽນ​ວັດທະນະທຳ​ດັ່ງ​ກ່າວ, 2 ປະ​ເທດ​ນັບ​ມື້​ນັບ​ເພີ່​ມທະວີ​ຄວາມ​ເຂົ້າ​ໃຈ​ດ້ານ​ວັດທະນະທຳ ກໍ​ຄື​ຮີດຄອງປະ​​ເພ​ນີ​ກວ່າ​ອີກ.

ຂ່າວ/ບົດ​ອື່ນ