ງານບຸນໜ້າກາກໄຫວ້ພະຈັນວັນເພັງເດືອນ8-ບັກເບີ່ມມີວີ

ງານບຸນໜ້າກາກໄຫວ້ພະຈັນວັນເພັງເດືອນ8-ບັກເບີ່ມມີວີ - ảnh 1
ພວກນ້ອງນັກຮຽນໄດ້ເຂົ້າຮ່ວມການແຕ້ມ, ທາສີໜ້າກາກ

(vovworld) – ​ ວັນ​ທີ 4/9, ຢູ່​ວັນ​ມ໋ຽວກວກ​ຕື໋ຢ໋າມ (ມະຫາວິທະຍາ​ໄລ​ແຫ່ງ​ທຳ​ອິດຢູ່ ຫວຽດນາມ, ຮ່າ​ໂນ່ຍ, ​ໄດ້​ດຳ​ເນີນ​ງານ​ບຸນ “ໜ້າ​ກາກ ​ໄຫວ້ພະຈັນ​ວັນ​ເພັງ​​ເດືອນ 8 -  ​ບັກ​ເບີ່​ມມີ​ວີ” ​ໄດ້​ດຶງ​ດູດ​ນັກຮຽນກ່ວາ 800 ຄົນ​ເຂົ້າ​ຮ່ວມ. ນະ​ທີ່​ນີ້, ນັກຮຽນ​ໄດ​ເຮັດ​ໜ້າ​ກາກ​ສະ​ເພາະ​ໃຫ້​ຕົນ​ເອງ, ​ເຂົ້າ​ຮ່ວມ​ບັນດາ​ການ​​ເຄື່ອນ​ໄຫວລະ​ຫຼິ້ນ ​ແລະ ​ເຈື່ອຈານ​​ເຂົ້າ​ກັບ​ສິລະ​ປະ. ຈຸດ​ພົ້ນ​ເດັ່ນ​ຂອງ​ລາຍການ​ປີ​ນີ້​ແມ່ນສັນ​ຍາ​ລັກ “ບັກ​ເບີ່​ມ”, ​ເຊິ່ງ​ແມ່ນ​ຕົວ​ລະຄອນ​ລຶ້ງ​ເຄີຍສຳລັບ​ວັດທະນະທຳ ຫວຽດນາມ. ​ໄປ​ຄຽງ​ຄູ່​ກັບ​ການ​​ແຕ້ມ​ໜ້າ​ກາກ , ຊອກ​ຫາວິທີ​ທີ່​ສີ​ໜ້າ​ກາກ​ທີ່​ເປັນ​ປະ​ເພນີ​ແລ້ວ, ພວກ​ນ້ອງ​ນັກຮຽນ​ຍັ​ງ​ໄດ້​ພ້ອມ​ກັນແຕ້ມ, ທາ​ສີ​ໃສ່​ວີ​ເຈ້ຍ. ງານ​ບຸນດັ່ງກ່າວຈະ​ສືບ​ຕໍ່​​ໄດ້​ຈັດ​ຕັ້ງ​ຢູ່​ນະຄອນ ​ໂຮ່ຈີ​ມິນ ​ໃນ​ວັນ​ທີ 10/9 ຈະ​ມາ​ເຖິງ.


ຂ່າວ/ບົດ​ອື່ນ